ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຈໍາປາສັກ ມອບອຸປະກອນການແພດ ປ້ອງກັນພະຍາດໂຄວິດ-19 ໃຫ້ເມືອງມຸນລະປາໂມກ
ເວລາອອກຂ່າວ: 2021-09-25 15:05:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 357 | ຄວາມນິຍົມ:



ໃນຕອນບ່າຍຂອງວັນທີ 24 ກັນຍາ 2021 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ນຳເອົາອຸປະກອນການແພດ ປ້ອງກັນພະຍາດໂຄວິດ-19 ໄປມອບໃຫ້ແກ່ເມືອງມຸນລະປາໂມກ ແຂວງຈໍາປາສັກ ເພື່ອເປັນການປະກອບສ່ວນອັນສໍາຄັນໃນການປ້ອງກັນ, ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ກໍາແຜ່ລາມໄປເປັນວົງກວ້າງໃນທຸກມຸມໂລກໂດຍສະເພາະໃນແຂວງຈຳປາສັກ. ໃຫ້ກຽດກ່າວມອບໂດຍແມ່ນ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ ແລະ ກ່າວຮັບໂດຍແມ່ນ ທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງໆມຸນລະປາໂມກ, ປະທານຄະນະກໍາມະການເພື່ອຕ້ານ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ເມືອງມຸນລະປາໂມກ ໂດຍມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຈຳປາສັກ ແລະ ບັນດາຄະນະນຳໃນເມືອງມຸນລະປະໂມກເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃຫ້ໃນຄັ້ງນີ້ມີ: ເອວກໍຮໍ 1000 ml 2 ຂວດ, ນໍ້າຢາຂ້າເຊື້ອ 2 ແກັດ, ເຈວລ້າງມື 11 ຂວດ, ສະເປສີດຂ້າເຊື້ອ 23 ຂວດ, ຜ້າອັດປາກ 12 ແກັດ, ກຼໍເຣຼຍນາຕີຣ 5 ແກັດ ແລະ ເງີນສົດ 10.000.000 ກີບ. ໂອກາດນີ້ທ່ານ ພິດສະຫົງ ພົມມະວົງສາ ກໍ່ໄດ້ຕາງໜ້າໃຫ້ຄະນະ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ ທ່ານ ພົນຈັດຕະວາ ສຸໄກ ພິມມະສານ ກໍ່ຄືກອງບັນຊາການທະຫານແຂວງຈໍາປາສັກ ພ້ອມຄະນະ ທີ່ໄດ້ນໍາເອົາອຸປະກອນການແພດ ແລະ ເງີນຊ່ວຍເຫຼືອມາມອບໃຫ້ໃນຄັ້ງນີ້ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍເອົາໃຈໃສ່ຕໍຊີວີດການເປັນຢູ່ ກໍ່ຄືສຸຂະພາບຂອງຊາວເມືອງມຸນລະປາໂມກ ຕະຫລອດໄລຍະທິ່ຜ່ານມາ ການຊ່ວຍເຫລືອຄັ້ງນີ້ຈະເປັນການປະກອບສ່ວນອັນສໍາຄັນໃນການຄວບຄຸມ ແລະ ຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ນັບມື້ລົດໜ້ອຍຖອຍລົງ ແລະ ໝົດໄປຈາກປະເທດເຮົາ. ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເຄື່ອງດັ່ງກ່າວນໍາໄປມອບຕໍ່ແກ່ຜູ້ທີ່ປະຕິບັດໜ້າທີ່ ແລະ ກຸ່ມສ່ຽງພາຍໃນເມືອງຂອງຕົນ ເພຶ່ອນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ບັນນາທິການຂ່າວ: ທິບມະນີວັນ ຄໍາວິເສດ ຂ່າວ-ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ