ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຊຽຂວາງ ປະກາດໃຫ້ພະນັກງານພັກການຮັບອູດໜູນບຳນານ
ເວລາອອກຂ່າວ: 2021-09-25 10:52:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:



ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ປະກາດໃຫ້ພະນັກງານພັກການຮັບອູດໜູນບຳນານ ໃນວັນທີ 23 ກັນຍາ 2021 ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການທີ່ກ່ຽວຂ້ອງ ແລະ ພະນັກງານທີ່ໄດ້ພັກການຮັບອູດໜູນບຳນານເຂົ້າຮ່ວມ ສະຫາຍພັນໂທ ສີສົມພອນ ອ່ອນດາວົງ ຫົວໜ້າພະແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ສະບັບເລກທີ 3207/ກປທ ລົງວັນທີ 19 ມິຖຸນາ 2021 ວ່າດ້ວຍການອານຸມັດໃຫ້ນາຍທະຫານພັກການຮັບບຳນານ ກະຊວງປ້ອງກັນປະເທດຕົກລົງ: ອານຸມັດໃຫ້ພັນໂທ ບົວລາ ທຸມມະວົງ ຫົວໜ້າພະແນກຄຸ້ມຄອງອາວຸດ-ກະສູນ ຫ້ອງເຕັກນິກ ແລະ ພັນໂທ ຄຳພັນ ຈັນທະປັນຍາ ຫົວໜ້າພະແນກບໍລິຫານ ຫ້ອງເຕັກນິກ ກອງບັນຊາການທະຫານແຂວງຊຽງຂວາງ ພັກການຮັບອູດໜູນບຳນານ ແລະ ຍົກຂັ້ນເງິນເດືອນໃຫ້ທຽບຊັ້ນ ພັນເອກ. ຈາກນັ້ນ ພົນຈັດຕະວາ ຂັນທອງ ວົງອຳຄາ ກໍໄດ້ໃຫ້ກຽດມອບເງິນນະໂຍບາຍຊົດເຊີຍອອກການຮັບບຳນານໃຫ້ ພ້ອມທັງໄດ້ກ່າວສະແດງຄວາມຂອບອົກຂອບໃຈມາຍັງພະນັກງານຜູ້ອາວຸໂສ ທີ່ໄດ້ປະກອບສ່ວນໃນຫຼາຍດ້ານເຂົ້າໃນໜ້າທີ່ວຽກງານຕະຫຼອດໄລຍະທີ່ປະຕິບັດໜ້າທີ່ຢູ່ໃນກົມກອງຜ່ານມາ ແລະໄດ້ເນັ້ນໜັກໃຫ້ ທັງສອງສະຫາຍ ທີ່ໄດ້ຮັບບຳນານ ສືບຕໍ່ເປັນພົນລະເມືອງດີຂອງບ້ານ ເປັນພໍ່ທີ່ດີຂອງລູກ ເປັນລຸງທີ່ດີຂອງຫຼານ ແລະ ພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວໃຫ້ຢູ່ດີກິນດີ ແລະ ຈະເລີນກ້າວໜ້າຍິ່ງໆຂຶ້ນ ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ