ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອາເມຣິກາ  (ແບບທາງໄກ )
ເວລາອອກຂ່າວ: 2021-09-24 12:20:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 308 | ຄວາມນິຍົມ:



ໃນວັນທີ 23 ກັນຍາ 2021 ,ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອາເມຣິກາ  ໃນຮູບແບບປະສົມ ທາງໄກ ແລະ ເຊິ່ງໜ້າ (Hybrid) ພາຍໃຕ້ການເປັນປະທານຮ່ວມ ຂອງ ອິນໂດເນເຊຍ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອາເມຣິກາ) ແລະ ອາເມຣິກາ ເຊິ່ງຈັດຂຶ້ນໃນໂອກາດກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ (UNGA) ຄັ້ງທີ 76. ຈຸດປະສົງຂອງ ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຕິດຕາມຜົນຂອງການປຶກສາຫາລືໃນ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອາເມຣິກາ ສະໄໝພິເສດ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອາເມຣິກາ ໃນເດືອນ ກໍລະກົດ ແລະ ສິງຫາ 2021 ຜ່ານມາ ຕາມລຳດັບ. ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ອາເມຣິກາ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ສຳລັບ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດ ສະມາຊິກອາຊຽນ ແລະ ອາເມຣິກາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບພະຍາດໂຄວິດ-19 ເຊິ່ງໃນນັ້ນ ລວມມີການມອບວັກຊີນ ແລະ ອຸປະກອນການແພດຕ່າງໆ.     ພ້ອມນີ້, ກອງປະຊຸມ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາສູງ ຕໍ່ຜົນການຈັດຕັ້ງປະຕິບັດການຮ່ວມມືອາຊຽນ-ອາເມຣິກາ ໃນໄລຍະໜຶ່ງປີ ຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນ-ອາເມຣິກາ ໄລຍະປີ 2021-2025. ສຳລັບທິດທາງໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີຈະສືບຕໍ່ຮ່ວມມືກັນໃນບາງຂະແໜງການບູລິມະສິດ ເຊັ່ນ: ການຄວບຄຸມ, ຮັບມື ແລະ ແກ້ໄຂການແຜ່ລະບາດ ພະຍາດໂຄວິດ-19 ດ້ວຍການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນທີ່ດີນຳກັນ ລວມທັງ ການຄົ້ນຄວ້າ ແລະ ພັດທະນາ (R&D) ແລະ ການຜະລິດຮ່ວມກັນຢາປົວພະຍາດ ກໍ່ຄືຢາວັກຊີນຕ້ານໂຄວິດ-19; ການສະໜອງ ແລະ ການເຂົ້າເຖິງຢາວັກຊີນຕ້ານໂຄວິດ-19 ຢ່າງເທົ່າທຽມກັນ ຜ່ານໂຄງການຢາວັກຊີນສາກົນຫຼາຍຝ່າຍ ຫຼື ໂຄແວັກ (COVAX); ການຟື້ນຟູຮອບດ້ານເສດຖະກິດ ຫຼັງການແຜ່ລະບາດ ໂຄວິດ-19 ສິ້ນສຸດລົງ; ການຫັນເປັນເສດຖະກິດດີຈີຕອນ; ການພັດທະນາແບບຍືນຍົງ; ການເຊື່ອມຈອດອາຊຽນ; ການພັດທະນາຊັບພະຍາກອນມະນຸດ; ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາໃນອາຊຽນ. ໃນໂອກາດນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ກໍ່ຄືການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ອາເມຣິກາ ຄັ້ງທີ 9 (9th ASEAN-U.S. Summit) ທີ່ຈະຈັດຂຶ້ນໃນເດືອນຕຸລາ 2021.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ