ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ແຂວງ ໄຊສົມບູນ ສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາໄຕມາດ III
ເວລາອອກຂ່າວ: 2021-09-24 11:39:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 155 | ຄວາມນິຍົມ:



  ໃນວັນທີ 23 ກັນຍາ 2021 ,ຢູ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບວຽກງານຈັດຕັ້ງປະຕິບັດ ກອງປະຊຸມສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາໄຕມາດ III ແລະ ທິດທາງແຜນການສືບຕໍ່ສຸມໃສ່ ໄຕມາດ IV 3 ເດືອນທ້າຍປີ 2021 ຂອງຄະນະຊີ້ນໍາການພັດທະນາ 4 ກຸ່ມວຽກ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງ, ປະທານຄະນະກໍາມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ມີຫົວໜ້າຄະນະຮັບຜິດຊອບ 4 ກຸ່ມວຽກ, ກອງບັນຊາການປກຊ - ປກສ ແຂວງ, ອົງການປົກຄອງແຂວງ - ເມືອງ, 5 ກອງບັນຊາການ ປກຊ - ປກສ ເມືອງ ແລະ ບັນດາກົມກອງເພື່ອນເຂົ້້າຮ່ວມ.           ສະຫາຍ ພັນເອກ ວົງພັນ ດາບຸດດີ ຫົວໜ້າຫ້ອງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ໄດ້ຂຶ້ນສະຫຼຸບວຽກງານຈັດຕັ້ງປະຕິບັດ ເຮັດໃຫ້ສະພາບມີຄວາມສະຫງົບໃນໄລຍະ 3 ເດືອນຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເຊິ່ງຖືເອົາວຽກງານການເມືອງ - ແນວຄິດເປັນກົກ; ສຶກສາອົບຮົມແລະປຸກລະດົມ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນທົ່ວອົງຄະນະພັກ, ການຈັດຕັ້ງລັດທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ສະພາບການຢູ່ແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ ຖ້າທຽບໃສ່ຊຸມປີຜ່ານມາແມ່ນຫຼຸດລົງເກືອບ 97%; ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງແຂວງໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ນອກຈາກນີ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນຢ່າງກົງໄປກົງມາ.    ໃນໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ  ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ໂດຍສະເພາະວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍຕິດພັນກັບການພັດທະນາເສດຖະກິດຂອງແຂວງ, ນອກຈາກນີ້ສະຫາຍຍັງໄດ້ເນັ້ນໜັກໃຫ້ພະນັກງານ ທົ່ວກໍາລັງປກຊ - ປກສ ແລະອໍານາດການປົກຄອງທຸກຂັ້ນ ເອົາໃຈໃສ່ແກ້ໄຂບັນຫາໜໍ່ແໜ່ງກໍ່ຄວາມບໍ່ສະຫງົບຢູ່ພາຍໃນແຂວງ, ປັບປຸງແກ້ໄຂໃນການຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນດີຂື້ນກ່ວາເກົ່າ, ເອົາໃຈໃສ່ຍູ້ແຮງການພັດທະນາເສດຖະກິດ - ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ອີງໃສ່ທ່າແຮງບົ່ງຊ້ອນຂອງແຂວງ ຕິດພັນກັບວຽກງານຕົວຈິງ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ