ແຂວງ ໄຊສົມບູນ ສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາໄຕມາດ III
ເວລາອອກຂ່າວ: 2021-09-24 11:39:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:
ໃນວັນທີ 23 ກັນຍາ 2021 ,ຢູ່ສະໂມສອນກອງບັນຊາການທະຫານແຂວງໄຊສົມບູນ ເປີດກອງປະຊຸມສະຫຼຸບວຽກງານຈັດຕັ້ງປະຕິບັດ ກອງປະຊຸມສະຫຼຸບວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ປະຈໍາໄຕມາດ III ແລະ ທິດທາງແຜນການສືບຕໍ່ສຸມໃສ່ ໄຕມາດ IV 3 ເດືອນທ້າຍປີ 2021 ຂອງຄະນະຊີ້ນໍາການພັດທະນາ 4 ກຸ່ມວຽກ ແຂວງໄຊສົມບູນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງ, ປະທານຄະນະກໍາມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ, ມີຫົວໜ້າຄະນະຮັບຜິດຊອບ 4 ກຸ່ມວຽກ, ກອງບັນຊາການປກຊ - ປກສ ແຂວງ, ອົງການປົກຄອງແຂວງ - ເມືອງ, 5 ກອງບັນຊາການ ປກຊ - ປກສ ເມືອງ ແລະ ບັນດາກົມກອງເພື່ອນເຂົ້້າຮ່ວມ.
ສະຫາຍ ພັນເອກ ວົງພັນ ດາບຸດດີ ຫົວໜ້າຫ້ອງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ໄດ້ຂຶ້ນສະຫຼຸບວຽກງານຈັດຕັ້ງປະຕິບັດ ເຮັດໃຫ້ສະພາບມີຄວາມສະຫງົບໃນໄລຍະ 3 ເດືອນຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເຊິ່ງຖືເອົາວຽກງານການເມືອງ - ແນວຄິດເປັນກົກ; ສຶກສາອົບຮົມແລະປຸກລະດົມ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນທົ່ວອົງຄະນະພັກ, ການຈັດຕັ້ງລັດທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ສະພາບການຢູ່ແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນຖານ ຖ້າທຽບໃສ່ຊຸມປີຜ່ານມາແມ່ນຫຼຸດລົງເກືອບ 97%; ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງແຂວງໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ນອກຈາກນີ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ຍັງໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບ ເພື່ອໃຫ້ມີເນື້ອໃນຄົບຖ້ວນຢ່າງກົງໄປກົງມາ.
ໃນໂອກາດນີ້, ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ ໂດຍສະເພາະວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍຕິດພັນກັບການພັດທະນາເສດຖະກິດຂອງແຂວງ, ນອກຈາກນີ້ສະຫາຍຍັງໄດ້ເນັ້ນໜັກໃຫ້ພະນັກງານ ທົ່ວກໍາລັງປກຊ - ປກສ ແລະອໍານາດການປົກຄອງທຸກຂັ້ນ ເອົາໃຈໃສ່ແກ້ໄຂບັນຫາໜໍ່ແໜ່ງກໍ່ຄວາມບໍ່ສະຫງົບຢູ່ພາຍໃນແຂວງ, ປັບປຸງແກ້ໄຂໃນການຈັດຕັ້ງປະຕິບັດໃຫ້ໄດ້ປະສິດທິຜົນດີຂື້ນກ່ວາເກົ່າ, ເອົາໃຈໃສ່ຍູ້ແຮງການພັດທະນາເສດຖະກິດ - ສັງຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ ອີງໃສ່ທ່າແຮງບົ່ງຊ້ອນຂອງແຂວງ ຕິດພັນກັບວຽກງານຕົວຈິງ.
ໂດຍ: ມະລິ ສຸພັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ