ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ທັງໝົດ434 ກໍລະນີ
ເວລາອອກຂ່າວ: 2021-09-24 11:36:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:
ອີງຕາມ ການຖະແຫຼງ ຂອງ ທ່ານ ດຣ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ລາຍງານ ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19ປະຈຳວັນ ທີ 24 ກັນຍາ 2021 ວ່າ : ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 23 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5,965 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 434 ຄົນ:ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.
ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
ນະຄອນຫຼວງ 229 ຄົນ: ພະນັກງານບໍລິສັດ Trio 141 ຄົນ, ພະນັກງານບໍລິສັດ Venture 51 ຄົນ,
ບໍລິສັດ DKSH 7 ຄົນ: ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ), ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ
ທະຫານ-ຕຳຫຼວດ 2 ຄົນ, ບໍລິສັດໄອນິວ 1 ຄົນ,
ບໍລິສັດໂນວາອາໄຫຼ 1 ຄົນ, ຕະຫຼາດທ່າງອນ 6 ຄົນ
,ຕະຫຼາດອົດຊີ 2 ຄົນ ( 1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່),ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ) ,ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ, ຄຳມ່ວນ 69 ຄົນ: ຊຶ່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື: ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ
ແຂວງວຽງຈັນ 49 ຄົນ:ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ) ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ,ຈໍາປາສັກ 28 ຄົນ:
ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ)
ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)
ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນ້ຳມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ), ຫຼວງພະບາງ 12 ຄົນ: ຈາກ ບ້ານໂພນໄຊ, ເມືອງນານ,ບໍ່ແກ້ວ 6 ຄົນ: ຈາກ ເຂດເສດຖະກິດ ພິເສດ 04 ຄົນ,ບ້ານຄ້ວານ, ເມືອງ ຕົ້ນເຜີ້ງ 02 ຄົນ
,ສະຫວັນນະເຂດ 3 ຄົນ: ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ ເມືອງອຸທຸມພອນ ຜູ້ທີ 3 ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ,ແຂວງ ອັດຕະປື 4 ຄົນ ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ)
ບ້ານ ໄຊສີ ເມືອງ ໄຊເສດຖາ 01 ຄົນ, ສາລະວັນ 3 ຄົນ: ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ ( 1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ) ອີກ 01ຄົນ ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)
,ແຂວງ ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ),
ອຸດົມໄຊ 1 ຄົນປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21,080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,508 ຄົນ.
ສຳລັບ ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ ,ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ
ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ
ຕະຫຼາດ ທ່າງ່ອນ, ໂຮງງານນໍ້າດື່ມ ຄຣິດສະຕອນ
ບໍລິສັດ ເມືອງວັງ,ບໍລິສັດ DKSH,ຕະຫຼາດໂອຊີ
ປັດຈຸບັນ ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 69 ບ້ານ ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 11 ບ້ານ ໃນ 5ເມືອງ: ເມືອງໄຊທານີ: ບ້ານ ນາທົ່ມ ແລະ ສົມສະຫວັນ ,ເມືອງ ໄຊເຊດຖາ: ບ້ານ ທາດຫຼວງໃຕ້
, ເມືອງ ຫາດຊາຍຟອງ: ບ້ານ ສິມມະໂນ,ເມືອງ ສີໂຄດຕະບອງ: ບ້ານ ໜອງບົວທອງເໜືອ ແລະ ນາເລົ່າ
, ເມືອງ ນາຊາຍທອງ: ນາຊາຍທອງເໜືອ, ປັກແຮດ, ອີໄລເໜືອ, ດົງຫຼວງ, ແລະ ນາຄູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ