ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດພົບຜູ້ຕິດເຊື້ອໂຄວິດເພີ່ມໃໝ່ທັງໝົດ 694 ກໍລະນີ
ເວລາອອກຂ່າວ: 2021-09-23 16:46:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



ອີງຕາມ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ສປປ ລາວ, ໃນທົົ່ວໂລກ ປະຈໍາວັນພະຫັດ ວັນທ 23 ກັນຍາ 2021,ສະພາບການລະບາດພະຍາດໂຄວິດ-19 ຢູ່ສປປ ລາວ, ມາຮອດວັນທ 22 ກັນຍາ ໄດ້ກວດວິເຄາະທັງໝົດ 5,652 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 694 ຄົນ: - ກໍລະນີນໍາເຂົື້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 13 ຄົນ, ນະຄອນຫຼວງວຽງຈັນ 5 ຄົນ, ສະຫວັນນະເຂດ 5 ຄົນ, ຈໍາປາສັກ 4 ຄົນ ແລະ ຄໍາມ່ວນ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ. - ສໍາລັບການຕິດເຊື້ອໃນຊຸມຊົນມີ 666 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: 1. ນະຄອນຫລວງ 563 ຄົນ: ເກືອບ 90 ເປີເຊັນ ມາຈາກໂຮງງານຕັດຫຍິບລາຍລະອຽດຄື: - ຈາກໂຮງງານ TriO: 371 ຄົນໃນຈໍານວນຕົວຢ່າງທັງໝົດ 669; - ຈຸດເກັບຕົວຢູ່າງ ເມືອງ ນາຊາຍທອງ: ພົບ 89 ຄົນ ໃນຈໍານວນທັງໝົດ 280 ຕົວຢ່າງ; - ໂຮງງານ Venture ບ້ານສາຍນໍ້າເງິນ: 42 ຄົນ ໃນຈໍານວນ 140 ຕົວຢ່າງ; - ຈຸດເກັບ ຕົວຢ່າງ ຈາກບຶງຂະຫຍອງ: ໃຫ້ຜົນບວກ 36 ຄົນ; ໃນຈໍານວນ 390 ຕົວຢູ່າງ; 2. ຈໍາປາສັກ 46 ຄົນ: -19 ຄົນ ຈາກນິຄົມ 1 (ສວນຢາງ) ບ້ານໜອງກອກ ເມືອງບາຈຽງ ເປັນຄົນຫວຽດນາມ, 3 ຄົນ ສວນຢາງພາລາດັກໆ (ຄົນລາວ 1, ຄົນ ຫວຽດນາມ 2), 3 ຄົນ ມາຈາກບ້ານພອງເພາະ ມ. ປະທຸມພອນ ເປັນບ້ານໃໝ່ ທີ່ພົວພັນກັບຈຸ້ມ ປະທຸມພອນ -ສ່ວນທີ່ເຫຼືອມາຈາກນະຄອນປາກເຊ ລວມມີ ທະຫານ 1 ຄົນ, ພະນັກງງານໂຮງແຮມ 1, ພະນັກງານໄອຍະການ 1 3. ຄໍາມ່ວນ 26 ຄົນ: -ເມືືອງ ທ່າແຂກ 22 ຄົນ (ບໍລິສັດຄາຍຢວນ 14 ຄົນ) -ເມືອງ ເຊບັ້ງໄຟ 3 ຄົນ -ເມືອງ ຍົມມະລາດ 1 ຄົນ (ບຸກຄະລາກອນການແພດ) 4. ສະຫວັນນະເຂດ 10 ຄົນ: - ຄ້າຍຄຸມຂັງຫຼັກ 6 ມ 07 ກ ລະນ (ກວດຕົວຢ່າງຄັ້ງທີ03) - ບ້ານວົງວິໄລ, ເມືອງເຊໂປນ ມີ 01 ກໍລະນີ ເປັນນ້ອງຊາຍຂອງພະນັກງານຕໍາຫລວດຄ້າຍຄຸມຂັງຫຼັກ 6 ທີ່ຕິດເຊື້ອມາກ່ອນ - ບ້ານໄຊຍະມຸງຄົນ, ນະຄອນໄກສອນ ມີ 01 ກໍລະນີ (ກວດຄັ້ງທີ02) ໄດ້ສໍາຜັດໃກ້ຊິດກັບກໍລະນີ ຕິດເຊື້ອ ພັກຢູ່ບ້ານພັກດຽວກັນ ຊຶ່ງໄດ້ລາຍງານໃນວັນທ 10 ກັນຍາ 2021 - ຄົນຫວຽດນາມ ມີ 01 ກໍລະນີ (ເພດຊາຍ, ອາຍຸ 40 ປີ) ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ. 5. ບໍລິຄໍາໄຊ 5 ຄົນ: ທັງ 5 ເປັນຜູ້ສໍາຜັດໃກ້ຊິດ ແລະ ເປັນຄອບຄົງດຽວກັນກັບຜູ້ຕິດເຊື້ອຜ່ານມາ - ເພດຍິງ 32 ປີ ອາຊີບ ເຮັດນາ ລູກສາວ - ເພດຍິງ 17 ປີ ອາຊີບ ນັກຮຽນ ຫຼານສາວ - ເພດຍິງ 18 ປີ ອາຊີບ ນັກຮຽນ ຫຼານສາວ - ເພດຍິງ 72ປີ ອາຊີບ ຫວ່າງງານ ເມຍ - ປະຈຸບັນ 4 ຄົນ ນອກຈາກລູກຊາຍ ແມ່ນຢູ່ ມ.ຕົ້ນ ໂພນສີ ເມືອງ ປາກກະດິງ 6. ຫລວງນໍ້າທາ 5 ຄົນ: ທັງໜົດ ເປັນສັນຊາດຈີນ, ທີ່ເດີນທາງມາຈາກ ເຂດພິເສດ ສາມຫຼ່ຽມຄໍາ. 7. ຫຼວງພະບາງ 5 ຄົນ: - ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ, ກັກໂຕຢູ່ສູນເມືອງນານ (ອາຊີບ: ຊາວສວນ 02 ກໍລະນີ; ອາຊີບ: ກໍາມະກອນ ແລະ ນັກຮຽນ) ທີ່ໄດ້ສໍາຜັດໃກ້ຊິດກັບຄົນບ້ານໂພນໄຊຕິດເຊື້ອ. - ບ້ານຂົວທີ 01, ນະຄອນຫລວງພະບາງ (ເພດຊາຍ, ອາຍຸ 21 ປີ, ອາຊີບ: ນັກສຶກສາ ຮຽນອອນລາຍ ບໍ່ໄດ້ໄປໃສຢູ່ແຕ່ເຮືອນ), ບໍ່ມີອາການຫຍັງ (ບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ) 8. ແຂວງວຽງຈັນ 4 ຄົນ: - 03 ຄົນ ແມ່ນເຮັດວຽກຢູ່ໂຮງງານຊີມັງວັງວຽງ • ບ້ານປາກເປາະ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 39 ປີ) • ບ້ານພ ດິນແດງ, ເມືອງວັງວຽງ ມີ 01 ກໍລະນີ (ເພດຊາຍ, ອາຍຸ 59 ປີ) • ບ້ານຂັນມາກ, ເມືອງວັງວຽງ ມີ 01 ກໍລະນີ (ເພດຍິງ, ອາຍຸ 27 ປີ) - ມີ 01 ຄົນ (ເພດຍິງ, ອາຍຸ 53 ປີ) ຢູ່ບ້ານໂພນຫໍ, ເມືອງໂພນໂຮງ ຊຶ່ງມີ ປະຫວັດສໍາຜັດໃກ້ຊິດກັບກໍ ລະນີ ຕິດເຊື້ອ ທີ່ໄປເຮືອນດີ ຢູ່ບ້ານໂພນຫໍ ແລະ ໄດ້ລາຍງານ ໃນວັນທ 22 ກັນຍາ 2021. 9. ຊຽງຂວາງ 2 ຄົນ: ບ້ານຫໍສິມ, ເມືອງຜາໄຊ ມີ 02 ກໍລະນີ (ເພດຊາຍ, ອາຍຸ 67 ປີ, ອາຊີບ: ຜູ້ເຖົື້າ ແລະ ເພດຍິງ ອາຍຸ 58 ປີ, ອາຊີບ: ຜູ້ເຖົ້າ) ແລະ ມີ ປະຫວັດສໍາຜັດໃກ້ຊິດກັບຄົນເຈັບຕິດເຊື້ອ ທີ່ໄປງານເຮືອນດີ. 10. ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ, ກັກໂຕຢູ່ບ້ານຄົນດຽວ ເປັນລູກຊາຍ ຂອງຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 06 ກັນຍາ 2021. ➢ ມາຮອດມື້ນີ້ ຢູ່ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 20.646 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,861 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ