ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພະແນກ ວສ-ປສ ການທະຫານ ແຂວງອຸດົມໄຊຜ່ານບົດບັ້ນໂຈມຕີປົດປ່ອຍເມືອງໄຊ
ເວລາອອກຂ່າວ: 2021-09-23 12:59:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 343 | ຄວາມນິຍົມ:



ວັນທີ 21 ກັນຍາ 2021 ນີ້, ພະແນກວິທະຍາສາດ ປະຫວັດສາດການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດມູນເຊື້ອປະຫວັດສາດ ບັ້ນໂຈມຕີປົດປ່ອຍເມືອງໄຊ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຊີ້ນຳ ແລະພະແນກການກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ທອງເຟືອງ ຄຳມະນີກອງ ຮອງຫົວໜ້າພະແນກວິທະຍາສາດ ປະຫວັດສາດການທະຫານ ໄດ້ກ່າວວ່າ: ໃນເມື່ອກ່ອນເມືອງໄຊ ເປັນກິ່ງໜື່ງຂອງແຂວງຫຼວງພະບາງ ມີຊື່ເດີມວ່າ ແຂວງໄຊຍະພູມ, ເມື່ອປີ 1962 ໄດ້ແຍກອອກຈາກແຂວງຫຼວງພະບາງ ແລະປ່ຽນຊື່ເປັນ ແຂວງລ້ານຊ້າງ, ມາຮອດປີ 1965 ໄດ້ປ່ຽນຊື່ເປັນ ແຂວງເມືອງໄຊ ແລະໄດ້ປ່ຽນຈາກແຂວງເມືອງໄຊ ໃນປີ 1968 ມາເປັນ ແຂວງອຸດົມໄຊ ຈົນເຖິງປັດຈຸບັນ ແລະບົດບັ້ນໂຈມຕີປົດປ່ອຍເມືອງໄຊ ລວມມີທັງໝົດ 4 ພາກ, ແຕ່ລະພາກລ້ວນມີເນື້ອໃນສ່ອງແສງເຖິງຄວາມອົງອາດກ້າຫານ, ປີຊາສາມາດ ແລະຄວາມສາມັກຄີ, ຄວາມເສຍສະລະເລືອດເນື້ອ ໃນການຕໍ່ສູ້ເພື່ອພາລະກິດປະຕິວັດ ແລະປົກປັກຮັກສາປະເທດຊາດ, ເພື່ອໃຫ້ພະນັກງານ-ນັກຮົບຮຸ່ນສືບທອດໄດ້ສືກສາຮ່ຳຮຽນເອົາບັນດາບົດຮຽນ, ມູນເຊື້ອແຫ່ງການຕໍ່ສູ້ ອັນພິລະອາດຫານ, ຄວາມສາມັກຄີຂອງພະນັກງານ-ນັກຮົບຮຸ່ນກ່ອນ ແລະພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມທັງກຳລັງຊ່ວຍເຫຼືອຈາກອ້າຍນ້ອງຫວຽດນາມ ຕໍ່ສູ້ຕ້ານການຮຸກຮານຂອງສັດຕູຈົນໄດ້ຮັບໄຊຊະນະ. ໃນໂອກາດນີ້,ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດເຫັນໃສ່ໂຄງຮ່າງ, ບັນດາເນື້ອໃນ ແລະຂັ້ນຕອນ ເພື່ອເຮັດໃຫ້ເນື້ອໃນຂອງບົດມີຄວາມສົມບູນ, ຄົບຖ້ວນ, ອະອຽດ-ຊັດເຈນ ແລະຖືກຕ້ອງຕາມຄວາມເປັນຈິງຂອງປະຫວັດສາດ ເພື່ອນໍາສະເໜີໃຫ້ກົມວິທະຍາສາດ ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດຮັບຮອງ ແລະຈັດຕີພີມ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ