ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມອົບຮົມ ມອບຜ້າອັດປາກ-ດັງໃຫ້ກອງກີລາກອງທັບ
ເວລາອອກຂ່າວ: 2021-09-23 12:51:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 149 | ຄວາມນິຍົມ:



ວັນທີ 23 ກັນຍາ 2021 ນີ້, ສະຫາຍ ພັນເອກ ສີປະເສີດ ບຸນປະກອບ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະໄດ້ມອບຜ້າປິດປາກ-ດັງ ຈຳນວນ 2 ແກັດ ໃຫ້ກອງກິີລາກອງທັບ ເຊິ່ງກ່າວຮັບໂດຍ ສະຫາຍພັນໂທ ຖາວອນ ຫຼວງຈັນດາວົງ ຫົວໜ້າການທະຫານກອງກີລາກອງທັບ ມີຄະນະພັກ-ຄະນະບັນຊາກອງກິີລາກອງທັບ, ພ້ອມດ້ວຍພະນັກງານຕາງໜ້າພະແນກການເຂົ້າຮ່ວມ. ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ເພື່ອເປັນການຮັບປະກັນດ້ານສຸຂະພາບຂອງພະນັກງານ-ນັກຮົບໃນກົມກອງ ແລະ ເປັນການປ້ອງກັນພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ໃນປະເທດເຮົາ ສະຫາຍຫົວໜ້າການທະຫານກອງກີລາ ໄດ້ກ່າວຂອບອົກຂອບໃຈຫົວໜ້າກົມອົບຮົມ ກໍຄືຄະນະພັກຂັ້ນເທິງທີ່ຍາມໃດກໍມີຄວາມເປັນຫ່ວງເປັນໃຍຕໍ່ກອງກີລາກອງທັບ ແລະ ພ້ອມຈະນຳເອົາເຄື່ອງທີ່ໄດ້ຮັບໃນຄັ້ງນີ້ໄປແຈກຢາຍໃຫ້ພະນັກງານ-ນັກຮົບໃນກົມກອງໃຫ້ທົ່ວເຖິງ ໃນເວລາດຽວກັນ ສະຫາຍ ຍັງໄດ້ມອບກະຕ່າຂອງຂວັນໃຫ້ຫົວໜ້າກົມອົບຮົມ ພ້ອມດ້ວຍຄະນະ ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈອີກດ້ວຍ. ໃນຕອນທ້າຍ ຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍຫົວໜ້າກົມອົບຮົມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໃນກົມກອງຂອງຕົນ ໃຫ້ມີສະຕິລະວັງຕົວສູງ ເປັນເຈົ້າການປະຕິບັດມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ ເພື່ອສະກັດກັ້ນ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍ: ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ