ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນທິດສະດີການເມືອງກອງທັບເປັນເຈົ້າການປ້ອງກັນແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.
ເວລາອອກຂ່າວ: 2021-09-22 14:33:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ໂດຍປະຕິບັດຕາມແຈ້ງການຂອງລັດຖະບານກໍ່ຄືກະຊວງປ້ອງກັນປະເທດ,ແລະແຈ້ງການຂອງເຈົ້າຄອງນະຄອນຫຼວງວຽງຈັນສະບັບເລກທີ 016/ຈນວ ລົງວັນທີ 19 ກັນາ 2021 ວ່າດ້ວຍການເພີ່ມທະວີມາດຕະການໃນການເຝົ້າລະວັງສະກັດກັ້ນ,ກັນການລະບາດ ແລະ ກຽມຄວາມພ້ອມຮອບດ້ານໃນການຕ້ານເຊື້ອພະຍາດຈຸລະໂລກອັກເສບປອດສາຍພັນໃໝ່ ຫຼື ໂຄວິດ-19 ທີ່ກໍາລັງແຜ່ລາມຢ່າງຮ້າຍແຮງໃນບັນດາຫຼາຍປະເທດທົ່ວໂລກເວົ້າລວມເວົ້າສະເພາະຢູ່ສປປລາວ ໂດຍສະເພາະແມ່ນເຂດຊຸມຊົນໃນນະຄອນຫຼວງວຽງຈັນກໍໄດ້ກວດພົບຜູ້ທີ່ຕິດເຊື້ອໂຄວິດ-19 ເປັນຈໍານວນຫຼາຍແລະກະຈາຍອອກໄປຫຼາຍບ້ານ,ຫຼາຍເມືອງຢ່າງວ່ອງໄວ ໂດຍສະເພາະໃນວັນທີ 18 ກັນຍາ 2021,ເຊິ່ງຫຼາຍກ່ວາໝູ່ແມ່ນມາຈາກໂຮງງານຢູ່ບ້ານໜອງທາເໜືອ,ເມືອງຈັນທະບູລີແລະມີຄວາມສ່ຽງທີ່ຈະເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວຢູ່ນະຄອນຫຼວງວຽງຈັນແລະຈະສ່ຽງຄວບຄຸມໄດ້ຍາກກວ່າທຸກຄັ້ງທີ່ຜ່ານມາ,ດັ່ງນັ້ນເຈົ້າຄອງນະຄອນຫຼວງວຽງຈັນຈື່ງໄດ້ອອກຄໍາສັ່ງແຈ້ງການສະບັບເລກທີ 016/ຈນວ ເພີ່ມທະວີການປ້ອງກັນຄວບຄຸມຢ່າງຫັດກຸມ,ໃນນີ້ເວົ້າສະເພາະຢູ່ໂຮງຮຽນທິດສະດີການເມືອງກອງທັບກໍ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ບັນດາແຈ້ງການຕ່າງໆຂອງຄະນະສະເພາະກິດຂັ້ນສູນກາງ,ກໍ່ຄືຂັ້ນກະຊວງປ້ອງກັນປະເທດ. ສະຫາຍ ພັນເອກ ຄໍາໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບໄດ້ໃຫ້ສຳພາດຕໍ່ນັກຂ່າວຫນັງສືພີມກອງທັບໃນວັນທີ 22 ກັນຍາ 2021ນີ້ວ່າ: ພາຍຫຼັງທີ່ໄດ້ຮັບຄຳສັງ,ແຈ້ງການ ແລະ ຂໍ້ຕົກລົງຕ່າງໆຈາກພາກສວນທີ່ກ່ຽວຂ້ອງຂອງຄະນະສະເພາະກິດກະຊວງປ້ອງກັນປະເທດ,ຄະນະພັກ-ຄະນະອຳນວຍການພວກເຮົາກໍ່ໄດ້ຮີບຮ້ອນຄົ້ນຄ້ວາເພື່ອແຕ່ງຕັ້ງອານຸກຳມະການຮັບຜິດຊອບແຕ່ລະຫນ້າວຽກອັນລະອຽດໂດຍການປະສານສົມທົບກັບແຕ່ລະພາກສວນທີ່ກ່ຽວຂ້ອງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຄັງຮ້ອນແລະ ເຂັ້ມງວດມອບໃຫ້ຫ້ອງພະລາທິການເປັນເສນາທິການໃນການຈັດຕັ້ງປະຕິບັດເວົ້າສະເພາະແມ່ນພະແນກເສນາຮັກເປັນໂຕຕັ້ງ-ໂຕຕີໃນການກວດຄັດກ່ອງວັດແທກອຸນຫະພູມໃຫ້ພະນັກງານ-ນັກຮົບບໍ່ວ່າຈະເປັນການເຂົ້າ-ອອກຄ້າຍ, ເຊີ່ງໃນແຕ່ລະວັນກໍ່ໄດ້ຈັດຕັ້ງກວດວັດແທກອຸນຫະພູມຢູ່ປະຕູໂຂງເຂົ້າອອກປະຕູດຽວ,ບັນຫ້ອງການ,ຄະນະວິຊາຄູກໍ່ໄດ້ມີການຈັດຕັ້ງໜ່ວຍສະເພາະກິດໃນແຕ່ລະວັນເຄື່ອນທີ່ກວດຄັດກ່ອງ,ໂດຍມີອຸປະກອນຮັບໃຊ້ພຽງພໍສົມຄວນເປັນຕົ້ນແມ່ນຜ່າອັດປາກ,ດັງແລະເຈວລ້າງມືທີມີທາດແອວກໍຮໍ 70%ຂຶ້ນໄປຢູ່ຕາມສໍານັກງານອົງການເພື່ອຮັບປະກັນການປ້ອງກັ,ຄວບຄຸມເຊື້ອພະຍາດດັ່ງກ່າວ.ນອກນັ້ນຍັງໄດ້ສ່ອງແສງລາຍງານໃຫ້ຄະນະສະເພາະກິດຂັ້ນກະຊວງ,ກົມໃຫຍ່ການເມືອງກອງທັບກໍ່ຄືຂັ້ນໂຮງຮຽນເປັນປົກກະຕີແລະມີແຜນງານອັນລະອຽດຈະແຈ້ງໃນການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງຂັ້ນເທີ່ງກໍານົດ. ໄປຄຽງຄູ່ກັບວຽກງານດັ່ງກ່າວຄະນະພັກ-ຄະນະອຳນວຍການພວກເຮົາຍັງໄດ້ຖືເອົາວຽກງານສືກສາອົບຮົມການເມືອງນຳພາແນວຄິດເປັນສຳຄັນຕິດພັນແຫນ້ນກັບຫນ້າທີ່ການເມືອງຂອງຕົນໃນການເປັນເຈົ້າການຕອບຕ້ານກັບເຊື້ອພະຍາດດັ່ງກ່າວເປັນຕົ້ນແມ່ນການໂຄສະນາຜ່ານໂທລະໂຂ່ງໃນແຕ່ລະວັນ,ແລະປະສານສົມທົບກັບອຳນາດການປົກຄອງກຸ້ມບ້ານ,ກຳລັງກອງຫຼອນ ປກຊ-ປກສ ເຮັດໜ້າທີປ້ອງກັນຕາມຂອບເຂດຄວາມຮັບຜິບຊອບເຮັດໃຫ້ພື້ນຖານດັ່ງກ່າວມີຄວາມສະຫງົບປອດໄພ,ພ້ອມນັ້ນຍັງໄດ້ແຕ່ງກຳລັງປະຈຳການຕະຫລອດ 24ຊົ່ວໂມງແລະມີການຈັດຕັ້ງຕິດຕາມກວດກາໃນແຕ່ລະຈຸດໂດຍສະເພາະແມ່ນເຂດເຊື່ອມຕໍທີ່ມີຄວາມສ່ຽງແມ່ນຈະຕ້ອງໄດ້ພ້ອມກັນສຸ່ມໃສ ແກ້ໄຂໃຫ້ທ່ວງທັນແລະຮັບປະກັນບໍ່ໃຫ້ເກີດບັນຫາຂຶ້ນເພື່ອເປັນການສະກັດກັ້ນກັບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍທົ່ວໄປແລ້ວປັດຈຸບັນນີ້ພາຍໃນກົມກອງມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ,ຮາກຖານອຳນາດການປົກບ້ານ ແລະ ປະຊາຊົນທຸກຊັ້ນຄົນກໍໄດ້ໃຫ້ການຮ່ວມມືເປັນຢ່າງດີ. ສະຫາຍ ພັນເອກ ຄໍາໄພ ຟອງດາລາ ຍັງໄດ້ຮຽກຮ້ອງມາຍັງພະນັກງານ-ນັກຮົບທຸກສະຫາຍຈົ່ງເອົາໃຈໃສ່ໃນການປ້ອງກັນຕົນເອງ,ປ້ອງກັັນກົມກອງ ແລະ ຕື່ນຕົວເປັນເຈົ້າການຮັກສາສຸຂະພາບໃຫ້ມີສຸຂະອານາໄມແຂງແຮງດີໂດຍປະຕິຕາມຄຳແນະນຳຂອງແພດ-ໝໍຢ່າງເຂັມງວດເປັນຕົ້ນແມ່ນລ້າງມືໃສ່ສະບູດ້ວຍນ້ຳສະອາດຫຼືໃສ່ເຈວປະສົມຂອງທາດເຫຼົ້າ 70 ອົງສາຂຶ້ນໄປ.ພ້ອມທັງໃສ່ຜ້າອັດປາກ-ດັງ ແລະ ລີກລ້ຽງການເດີນທາງໄປເຂດທີ່ມີຄວາມສຽ່ງຕໍ່ການລະບາດ ແລະ ເຂດຊຸມຊົນທີ່ແອອັດ.ທັງນີ້ກໍ່ເພື່ອຮັບປະກັນໄດ້ຄວາມປອດໄພໃຫ້ແກ່ຕົນເອງແລະທັງເປັນການຮັບຜິດຊອບສັງຄົມອີກດ້ວຍ,ເຊີ່ງໃນສົກຮຽນ2020-2021ນີ້,ໂຮງຮຽນທິດສະດີການເມືອງກອງທັບພວກເຮົາໄດ້ເປີດຊຸດບໍາລຸງວຽກງານພັກ-ວຽກງານເມືອງ,ກໍ່ສ້າງຮາກຖານ,ປ້ອງກັນພາຍໃນ,ກວດກາ,ວຽກງານສືບສວນ-ສອບສວນແລະຂະແຫນ່ງການອື່ນໆໄລຍະສັ້ນເພື່ອເປັນເບົ້າລໍ່ກໍ່ສ້າງນາຍທະຫານໃຫ້ມີຄຸນທາດການເມືອງຫນັກແຫນ້ນ,ມີຄຸນສົມບັດສິນທຳປະຕິວັດຕາມແບບແຜນສ້າງກອງທັບປະຕິວັດມີແບບແຜນແລະທັນສະໄຫມຂື້ນເປັນກ້າວໆ. ໂດຍ ວັນໄຊ ໄຊສະຫວັດ ພາບ ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ