ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ- 19 ເພີ່ມ 222 ກໍລະນີ
ເວລາອອກຂ່າວ: 2021-09-22 12:30:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 625 | ຄວາມນິຍົມ:



ໃນວັນທີ 22 ກັນຍາ ປີ 2021 ທ່ານ ດຣ. ສ ສະຫວາດ ສຸດທານ ລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບພະຍາດ ໂຄວິດ-19 ຢູ່ ສປປ ລາວ ໄດ້ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍາ 2021 ໄດ້ກວດວິເຄາະຫາເຊື້ອພະຍາດໂຄວິດທັງໝົດ 5,913 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 222 ຄົນ ກໍລະນີ ນໍາເຂົ້າມີ 12 ຄົນ ( ຈາກ ແຂວງ ສະຫວັນນະເຂດ 5 ຄົນ, ຈໍາປາສັກ 2 ຄົນ, ຄໍາມ່ວນ 2 ຄົນ, ຫຼວງພະບາງ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ) ສໍາລັບການຕິດເຊື້ອໃນຊຸມຊົນມີ 210 ຄົນ (ນະຄອນຫຼວງ 75 ຄົນ, ສະຫວັນນະເຂດ 4 ຄົນ, ຈຳປາສັກ 23 ຄົນ, ຄຳມ່ວນ 37 ຄົນ, ບໍ່ແກ້ວ 2 ຄົນ, ຊຽງຂວາງ 8 ຄົນ, ຫຼວງພະບາງ 14 ຄົນ, ວຽງຈັນ 44 ຄົນ, ຫຼວງນ້ຳທາ 3 ຄົນ, ບໍລິຄຳໄຊ 1 ຄົນ ແລະ ອັດຕະປື 1 ຄົນ) ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19,952 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,768 ຄົນ. ບ້ານໃໝ່ທີ່ກຳານົດເປັນເຂດແດງໃນນະຄອນຫຼວງວຽງຈັນ ມີ 10 ບ້ານ ຈາກ 4 ເມືອງ (ເມືອງນາຊາຍທອງ: ບ້ານ ນາລຽນ, ເມືອງຈັນທະບູລີ: ບ້ານ ດອນແດງ ແລະ ສີດໍາດວນ, ເມືອງໄຊທານີ : ບ້ານ ທ່າງ່ອນ ແລະ ບ້ານ ໂພນຄໍ້ ແລະ ເມືອງ ສີໂຄດຕະບອງ: ບ້ານ ຈັນສະຫວ່າງ, ບ້ານຍາພະ, ບ້ານດົງນາໂຊກເໜືອ, ບ້ານໂນນຂີ້ເຫຼັກ ແລະ ບ້ານ ໂພນສະຫວາດ )



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ