ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງຊັບຊ້ອນໜ້າທີ່ບາງຂະແໜງການຢູ່ກອງພົນທີ1.
ເວລາອອກຂ່າວ: 2021-09-22 11:39:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 810 | ຄວາມນິຍົມ:



ໃນວັນທີ 17 ກັນຍາ 2021 ນີ້, ຫ້ອງການເມືອງກອງພົນທີ1 ໄດ້ປະກາດການແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ພະນັກງານຮັບຜິດຊອບວຽກງານພາລາທິການຢູ່ກອງພັນ 15 ແລະ ສູນຝຶກອົບຮົມ ໂດຍເປັນປະທານຂອງ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າຫ້ອງການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ, ພະນັກງານ - ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ຈັນສີ ຈັນເມືອງຊຽງ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກກອງພົນທີ1 ວ່າດ້ວຍການແຕ່ງຕັ້ງຮອງຮັບຜິດຊອບ ວຽກງານພາລາທິການຢູ່ກອງພັນ 15 ແລະ ສູນຝຶກອົບຮົມ ອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ຕົວຈີງໃນສະເພາະໜ້າ ແລະ ຍາວນານ ຂອງກົມກອງ, ແລະອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ທີ່ກົດນົດໄວ້ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ - ຍົກຍ້າຍນາຍທະຫານ, ເພື່ອປັບປຸງບູລະນະກົງຈັກການຈັດຕັ້ງ ນຳພາ - ບັນຊາ ໃນກໍາລັງປະກອບອາວຸດໃຫ້ມີຄວາມເຕີບໃຫຍ່ໜັກແໜ້ນ,ເຂັ້ມແຂງຮອບດ້ານ ເຮັດສໍາເລັດໜ້າທີ່ໃນການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ໃນນັ້ນຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນເອັ່ງ ເພັດຊະລາດ ເປັນຮອງຮັບຜິດຊອບວຽກງານພາລາທິການ ກອງພັນ 15, ສະຫາຍ ຮ້ອຍໂທ ກິຕ້າ ແກ້ວວັນທອງ ເປັນຮອງຮັບຜິດຊອບວຽກງານພາທິການຢູ່ສູນຝຶກອົບຮົມກອງພົນທີ1. ໂອກາດ ນີ້ ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ກໍ່ໄດ້ຍ້ອງຍໍຊົມເຊີຍຜົນງານຕໍ່ ຜູ້ທີ່ໄດ້ຮັບການມອບໝາຍໜ້າໃນຄັ້ງນີ້,ຈົ່ງພ້ອມກັນບຸກບືນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ການເມືອງແລະວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ,ເອົາໃຈໃສ່ຍົກສູງຄວາມສາມັກຄີພາຍໃນເປັນປຶກແຜ່ນ,ເຮັດວຽກເປັນໝູ່ຄະນະ,ບຸກຄົນຮັບຜິດຊອບ,ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ,ໄປຄຽງຄູ່ກັນນັ້ນກໍ່ຕ້ອງເອົາໃຈໃສ່ປະຕິບັດນໍ້າໃຈເພິ່ງຕົນເອງ,ກຸ້ມຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ຍູ້ແຮງຂະບວນການລວມຂອງກົມກອງໃຫ້ນັບມືເຕີບໃຫຍ່ເຂັ້ມແຂງຂຶ້ນເລື່ອຍໆ. ໂດຍ: ຕິກ ມູນຄຳເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ