ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້້ນີ້ກວດພົບຜູ້ຕິດເຊື້ອໃໝ່ 331 ຄົນ, ນຳເຂົ້າ 35 ຄົນ ແລະ ຊຸມຊົນ 296 ຄົນ
ເວລາອອກຂ່າວ: 2021-09-21 12:50:07 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



ວັນທີ 21 ກັນຍາ ປີ 2021 ນີ້, ທ່ານ ປອ. ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທັງເປັນຮອງຫົວຫນ້າຄະນະສະເພາະກິດຂັ້ນສູນກາງ ພ້ອມດ້ວຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວຫນ້າກົມຄວບຄຸມພະ ຍາດຕິດຕໍ່ ໄດ້ແຫຼງຂ່າວ ກ່ຽວກັບສະພາບຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ມາເຖີງປະຈຸບັນສະພາບການລະບາດ ພະ ຍາດໂຄວິດ-19 ຢູ່ ສປປ ລາວ, ໂດຍລວມແລ້ວເຫັນວ່າ ການຕິດເຊື້ອຈາກກໍລະນີນໍາເຂົ້າຂອງແຮງງານແມ່ນມີທ່າອ່ຽງຫຼຸດລົງ ແຕ່ການຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ, ຖ້າສົມທຽບໃສ່ໃນໄລຍະດຽວກັນໃນ ເດືອນຜ່ານມາເຫັນວ່າອັດຕາການ ຕິດເຊື້ອໃນຊຸມຊົນແມ່ນເພີ່ມຂື້ນເຖິງ 72.79% (ເດືອນກັນຍາ ມີ 2.191 ທຽບກັບເດືອນສີງຫາ 345 ກໍລະນີ). ມາຮອດມື້ນີ້, ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງຫມົດ 19.730 ຄົນ, ເສຍຊີວິດສະສົມ 16 ຄົນ (ໃຫມ່ 0) ແລະ ຄົນເຈັບກໍາລັງປິ່ນປົວ ທັງຫມົດ 4.596 ຄົນ. ສະເພາະວັນທີ 20 ກັນຍາ 2021, ໄດ້ກວດວິເຄາະທັງຫມົດ 6,508 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ທັງຫມົດ 331 ຄົນ: ກໍລະນີນໍາເຂົ້າ ມີ 35 ຄົນ: ຈາກ ແຂວງ ສະຫວັນນະເຂດ 10 ຄົນ, ຫຼວງພະບາງ 8 ຄົນ, ຄໍາມ່ວນ 7 ຄົນ, ຈໍາປາສັກ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ ແລະ ສາລະວັນ 2 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ. "ສໍາລັບ ການຕິດເຊື້ອໃນຊຸມຊົນ ມີ 296 ຄົນ, ລາຍລະອຽດ ດັ່ງຕໍ່ໄປນີ້: ສະຫວັນນະເຂດ 7 ຄົນ: - ພະນັກງານແພດ ມີ 02 ຄົນ (ເພດຊາຍ, ອາຍຸ 39 ປີ ເປັນທ່ານຫມໍ ແລະ ເພດຍິງ ອາຍຸ 34 ປີ ເປັນພະຍາບານ) ເຮັດວຽກຢູ່ເມືອງພະລານໄຊ, ແຕ່ໄດ້ມາປະຈໍາການຢູ່ສູນອັບເກນ ໃນວັນທີ 9 ສີງຫາ 2021 ແລະ ອອກຈາກສູນໃນວັນທີ 2 ກັນຍາ 2021 ແລ້ວໄປກັກໂຕ ຢູ່ ໂຮງແຮມ ແລະ ໃນວັນທີ່ 15 ກັນຍາ 2021 ໄດ້ກັບໄປເມືອງ ແລະ ໃນວັນທີ່ 19 ກັນຍາ 2021 ທັງສອງຄົນ ມີອາການໄຂ້ ແລະ ໄອ ຊຶ່ງກວດດ້ວຍ RDT ກໍ່ແມ່ນໃຫ້ຜົນບວກ ແລະ ມາກວດດ້ວຍ PCR ກໍ່ໃຫ້ຜົນບວກເຊັ່ນດຽວກັນ. - ພະນັກງານຕໍາຫລວດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 02 ກໍລະນີ (ກັກໂຕຢູ່ສູນຫົວເມືອງ) ແລະນັກໂທດ ຢູ່ຄ້າຍຄຸມຂັງຫຼັກ 6 ມີ 01 ກໍລະນີ (ກວດຄັ້ງທີ່ 03) - ມີ 01 ກໍລະນີ ທີ່ເປັນພະນັກງານບໍລິສັດເອຄອນ ທີ່ໄດ້ພົວພັນໃກ້ຊິດກັບພະນັກງານທີ່ເຮັດວຽກບ່ອນດຽວກັນຕິດເຊື້ອ ທີ່ຂື້ນກັບສະຫວັນປາກ - ມີ 01 ກໍລະນີ ເປັນຄົນຫວຽດ ຂັບລົດຂົນສົ່ງສິນຄ້າ ຈໍາປາສັກ 59 ຄົນ: - ເມືອງບາຈຽງ 12 ຄົນ - ນະຄອນປາກເຊ 20 ຄົນ - ເມືອງປະທຸມພອນ 23 • ນະຄອນຫຼວງ 176 ຄົນ: 1). ກຸ່ມ ໂຮງງານ ອານພີ ລາວ (ເກັບຈາກ ຈາກໂຮງງານ 191 ຕົວຢ່າງ) ໃຫ້ຜົນບວກ 72 ຕຢ; positive rate ເທົ່າ ກັບ 37,6% (72/191). 2). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ: ໃຫ້ຜົນບວກ 25 ຄົນ (ຕົວຢ່າງຄ້າງ 04ຕົວຢ່າງ ຂໍກວດຄືນໃຫມ່) 3. ໂຮງຫມໍເສດຖາທິລາດ ແລະ ໂຮງຫມໍເດັກ (ກວດຢູ່ IPL) ໃຫ້ຜົນບວກ 19 ຄົນ (ໂຮງຫມໍ ເດັກ 01 ແລະ ເສດຖາ 18) ຄື: - ຈາກ ເມືອງສີໂຄດຕະບອງ ມີ 05 ຄົນ (05ບ້ານ) - ເມືອງ ຈັນທະບູລີ ມີ 03 ຄົນ (ຈາກ 03 ບ້ານ) - ເມືອງ ສີສັດຕະນາກ ມີ 3 ຄົນ (02 ບ້ານ) - ເມືອງຫາດຊາຍຟອງ 01 ຄົນ (ບ້ານສົມຫວັງໄດ້) - ເມືອງໄຊທານີ 4 ຄົນ (ມີ 03 ບ້ານ) - ເມືອງໄຊ ເສດຖາ ມີ 02 ຄົນ (02 ບ້ານ) - ເມືອງນາຊາຍທອງ 01 (ບ້ານ ນາຄູນນ້ອຍ) 4) ຈຸດມໍປາຍ ສີໂຄດ ແລະ ໂຮງຫມໍມະໂຫສົດ (ກວດຢູ່ ລົມຣູ ມະໂຫສົດ): ໃຫ້ຜົນບວກ 12 ຄົນ, 10 ຄົນ ຈາກຈຸດມໍປາຍສີໂຄດ ແລະ 02 ຄົນ ຈາກ ໂຮງຫມໍ ມະໂຫສົດ. 5). ເມືອງນາຊາຍທອງ (ທີມ1 ແລະ 2) ໃຫ້ຜົນບວກ 37ຄົນ ອັດຕາຜົນບວກ 25.8% (37/143); ກຸ່ມນີ້ແມ່ນ ເກັບຈາກກຸ່ມສໍາຜັດ C1 ທີ່ພົວພັນກັບ ໂຮງງານ ຕັດຫຍິບ ອັນພີລາວ ແລະ ໂຮງງານ ຕັດຫຍິບ ທີໂອ (ຊື່ງກ່ອນຫນ້າ ນີ້ ແມ່ນ ມີແມ່ຄ້າ ຂາຍເຄື່ອງຫນ້າໂຮງງານ ຕິດເຊື້ອ). ຄໍາມ່ວນ 28 ຄົນ: - ທ່າແຂກ 24 ຕົວຢ່າງ - ຍົມະລາດ 2 ຕົວຢ່າງ - ເຊບັ້ງໄຟ 3 ຕົວຢ່າງ - ຫນອງບົກ 4 ຕົວຢ່າງ - ຫີນບູນ 1 ຕົວຢ່າງ - ໄຊບົວທອງ 1 ຕົວຢ່າງ ສາລະວັນ 3 ຄົນ: (ບ້ານຫນອງເຜີ້ງ, ບ້ານຫຼັກ ສອງ ແລະ ບ້ານນາເຫຼັກ ມີບ້ານລະ 01 ກໍລະນີ ແລະ ທັງຫມົດເປັນພະນັກງານ ຊື່ງກັກໂຕຢູ່ບ້ານ ແລະ ໄດ້ເກັບຕົວຢ່າງເປັນຄັ້ງທີ່ 02 ໃນວັນທີ 18ກັນຍາ 2021 ແລະ ຜົນກວດອອກທີ່ 20 ກັນຍາ 2021 ແລະ ໄດ້ສໍາຜັດໃກ້ຊິດກັບພະນັກງານ ຕິດເຊື້ອທີ່ເຮັດວຽກບ່ອນດຽວກັນ. ບໍ່ແກ້ວ 3 ຄົນ: ຈາກເຂດເສດຖະກິດພິເສດ ແລະ ຄົນຈາກ ເມືອງຕົ້ນເຜິ້ງ. ວຽງຈັນ 6 ຄົນ: ເຈົ້າຫນ້າທີ່ ຕໍາຫລວດ ພ້ອມຄອບຄົວ ໄປຍາມພີ່ນ້ອງ ຢູ່ບ້ານໂພນຊູ, ເມືອງວັງ ວຽງ ແລະ ໃນວັນທີ 14 ກັນຍາ 2021 ພີ່ນ້ອງ ໄດ້ໂທມາແຈ້ງວ່າກວດພົບເຊື້ອ; ດັ່ງນັ້ນ, ໃນວັນ ທີ 19 ກັນຍາ 2021, ທັງຫມົດ 06 ຄົນ ຈື່ງໄດ້ໄປເກັບຕົວຢ່າງ ແລະ ວັນທີ 20 ກັນຍາ 2021 ຜົນກວດອອກມາພົບເຊື້ອ. ຫຼວງພະບາງ 6 ຄົນ: ແມ່ນໄດ້ຈາກການລົງຄົນຫາກໍລະນີ ສໍາຜັດໃກ້ຊິດ ຊຽງຂວາງ 8 ຄົນ: ຈາກຊຸມຊົນ ເປັນກໍລະນີສໍາຜັດຈາກຜູ້ຕິດເຊື້ອທີ່ລາຍງານກ່ອນຫນ້ານີ້ (ມີ ຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ທີ່ເດີນທາງ ໄປຈາກ ນະຄອນຫລວງວຽງຈັນ ແລະຈໍາປາສັກ)ປະຈຸບັນ ຜູ້ຕິດເຊື້ອໃຫມ່ທັງຫມົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານ ທີ່ປິ່ນປົວທີ່ ຖືກກໍານົດໄວ້. ” ປະຈຸບັນ ທົ່ວປະເທດ ບ້ານທີ່ຍັງເປັນເຂດແດງ 119 ບ້ານ: * ໃນນະຄອນຫຼວງ ມີ 54 ບ້ານ * ໃນແຂວງສະຫວັນນະເຂດ 23 ບ້ານ ໃນແຂວງຄໍາມ່ວນ ມີ 46 ບ້ານ ” ສໍາລັບ ບ້ານໃຫມ່ທີ່ກໍານົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 04 ບ້ານ ຄື: - ບ້ານ ຫນອງທາໃຕ້, ເມືອງຈັນທະບູລີ - ບ້ານ ໂພນຕ້ອງສະຫວາດ, ເມືອງຈັນທະບູລີ - ບ້ານ ໂນນສະຫວ່າງ, ເມືອງ ໄຊເສດຖາ - ບ້ານ ຫນອງວຽງຄໍາ, ເມືອງໄຊທານີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ