ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 614 ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ
ເວລາອອກຂ່າວ: 2021-09-21 12:25:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 447 | ຄວາມນິຍົມ:



ໃນວັນທີ 17 ກັນຍາ 2021 ທີ່ຜ່ານນີ້, ອົງການກາແດງແຂວງວຽງຈັນ ນໍາພາໂດຍ ທ່ານ ບຸນນຳ ວົງພະຈັກ ຮອງຫົວໜ້າຫ້ອງການກາແດງແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດ ຢູ່ກອງພັນ 614, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນຕີ ວິໄລ ຈູມບົວເງິນ ຫົວໜ້າການເມືອງກອງພັນ 614 ພ້ອມດ້ວຍ ພະນັກງານ-ນັກຮົບ ທົ່ວກອງພັນ 614 ເຂົ້າຮ່ວມ. ທ່ານ ບຸນນຳ ວົງພະຈັກ ກ່າວວ່າການບໍລິຈາກເລືອດໃນຄັ້ງນີ້ກໍ່ເພື່ອຊ່ວຍເຫຼືອສັງຄົມຜູ້ທີ່ເຈັບເປັນນອນໂຮງໝໍທີ່ກໍາລັງຕ້ອງການເລືອດເພື່ອນໍາໄປແຮໄວ້ຢູ່ສູນກາແດງແຂວງວຽງຈັນ ເພື່ອກຽມແກ້ໄຂສຸກເສີນ ທັງເປັນການກອບກູ້ຊີວິດຜູ້ທີ່ປະສົບອຸບັດຕິເຫດການຜາຕັດໃຫຍ່, ຄົນເຈັບທີ່ຂາດເລືອດ ແລະ ພະຍາດຕ່າງໆທີ່ຕ້ອງການເລືອດໃຫ້ທ່ວງທັນກັບຄວາມຕ້ອງການຂອງຄົນເຈັບ, ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ກ່າວຂອບໃຈນໍາພະນັກງານ-ນັກຮົບ ທີ່ບໍລິຈາກເລືອດ, ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງການບໍລິຈາກເລືອດ ແລະ ຮຽກຮ້ອງມາຍັງພະນັກງານ-ນັກຮົບທຸກຄົນ ຈົ່ງພ້ອມກັນຕັດສິນໃຈບໍລິຈາກເລືອດຄັ້ງນີ້ໃຫ້ໄດ້ຕາມຈໍານວນເປົ້າໝາຍ , ໃນນີ້ມີຜູ້ທີ່ຜ່ານການກວດກາສຸຂະພາບ ແລະ ໃຫ້ບໍລິຈາກ ທັງໝົດ 20 ສະຫາຍ, ໄດ້ເລືອດ ທັງໝົດ 20 ຖົງ ເພື່ອເປັນການປະກອບສ່ວນ ເຂົ້າໃນວຽກງານການຊ່ວຍເຫຼືອສັງຄົມ ກໍຄືຊ່ວຍເຫຼືອພໍ່ແມ່ປະຊາຊົນລາວບັນດາເຜົ່າທີ່ເຈັບເປັນ ຂາດເລືອດໃຫ້ໄດ້ຮັບເລືອດ ເຂົ້າໃນການປີ່ນປົວຕົນເອງ. ໂດຍ: ຈັນທະຈອນ ສີສະເກດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ