ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນທີ 9 ອົບຮົມ-ຫັດແອບ ປະຈຳໄຕມາດ II ປີ 2021
ເວລາອອກຂ່າວ: 2021-09-21 12:14:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1461 | ຄວາມນິຍົມ:



ກາງເດືອນກັນຍາ 2021 ຜ່ານມານີ້ ກອງພັນທີ 9 ທີ່ຂຶ້ນກັບ ກອງພົນທີ 4 ໄດ້ຈັດຕັ້ງອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳໄຕມາດ II ປີ 2021 ໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງຂອງຕົນ, ພາຍໃຕ້ການຊີ້ນຳ-ນຳພາ ຂອງສະຫາຍ ພັນໂທ ຄຳແຜ່ນ ໄຊຍະຄຳ ຫົວໜ້າການທະຫານກອງພັນທີ 9, ມີຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ, ຕະຫລອດຮອດຄູອາຈານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນຕີ ຄຳແດງ ຈູມກາລີ ຮອງຫົວໜ້າການທະຫານກອງພັນທີ 9 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຜນການ ອົບຮົມ-ຫັດແອບ ຂອງຫ້ອງເສນາທິການກອງພົນທະຫານຮາບທີ 4 ໃຫ້ບັນດາກົມກອງສືບຕໍ່ອົບຮົມ-ຫັດແອບ ການເມືອງ, ການທະຫານ, ພະລາທິການ-ເຕັກນິກ ປະຈຳໄຕມາດ II ປີ 2021, ໃນນີ້ພາກການເມືອງແມ່ນຈະໄດ້ຮ່ຳຮຽນແນວທາງຂອງພັກ-ລັດ, ຂໍ້ກຳນົດ-ກົດລະບຽບຂອງກອງທັບ, ພາກການທະຫານແມ່ນຈະໄດ້ຫັດແອບສິລະປະຍຸດ-ຍຸດທະວິທີ, ການນຳໃຊ້ ແລະ ການຍິງລູກປືນແທ້ແຕ່ລະຊະນິດ, ພາກພະລາທິການ-ເຕັກນິກແມ່ນຈະໄດ້ຮ່ຳຮຽນກ່ຽວກັບ 5 ເຕັກນິກການແພດ, ການປະຖົມພະຍາບານຂັ້ນເບື້ອງຕົ້ນ, ການຄຸ້ມຄອງທັບ, ລ້ຽງດູທັບ, ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄວາມຊຳນິຊຳນານ, ກຳໄດ້ບັນດາທ່າຈັງຫວະ ລວມໄປເຖິງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ການອົບຮົມ-ຫັດແອບແມ່ນຈະໄດ້ດຳເນີນໄປຮອດວັນທີ 31 ຕຸລາ ຈຶ່ງຈະສະເລັດ. ສະຫາຍ ພັນໂທ ຄຳແຜ່ນ ໄຊຍະຄຳ ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາກອງຮ້ອຍ ແລະ ຄູອາຈານ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກົມກອງ ຕ້ອງເປັນເຈົ້າການ ຖືເອົາວຽກງານອົບຮົມ-ຫັດແອບ ເປັນບັນຫາສຳຄັນ ແລະ ເປັນໄມ້ຫຼາວັດແທກ ໃນການປັບປຸງກໍ່ສ້າງກົມກອງ ໃຫ້ມີລະບຽບວິໄນເຂັ້ມງວດ ໂດຍປະຕິບັດຕາມຂໍ້ກຳນົດ 7 ລະບອບ 18 ວຽກ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງໃນສະເພາະໜ້າ ແລະ ຍາວນານ. ຂ່າວໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ