ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍຊາວໜຸ່ມກອງຮ້ອຍ 17 ສະຫລຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ
ເວລາອອກຂ່າວ: 2021-09-20 14:44:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ໃນວັນທີ 17 ກັນຍາ 2021 ນີ້, ໜ່ວຍຊາວໜຸ່ມກອງຮ້ອຍ 17 ທະຫານ ແຂວງໄຊຍະບູລີ ໄດ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2021 ແລະທິດທາງແຜນການປີ 2022, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄົວເນັ່ງ ຊົງ ຮອງຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງໄຊຍະບູລີ,ມີຄະນະພັກ-ຄະນະບັນຊາ,ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ. ສະຫາຍ ພັນຕີ ພູລັດ ແພງດວງ ເລຂາໜ່ວຍຊາວໝຸ່ມກອງຮ້ອຍ 17 ທະຫານແຂວງໄຊຍະບູລີໄດ້ຂຶ້ນຜ່ານບົດສະຫຼຸບປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2021ແລະ ທິດທາງແຜນການ 2022ໂດຍໄດ້ຍົກໃຫ້ເຫັນ ດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລຍະ 1 ປີຜ່ານມາໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນບັນຫາສຳຄັນໂດຍໄດ້ນຳເອົາເອກະສານສຳຄັນຕ່າງໆທີ່ຂັ້ນເທິງສົ່ງໃຫ້ລົງເຜີຍແຜ່ໃຫ້ສະມາຊິກຊາວໝຸ່ມໄດ້ຮັບຮູ້ເຂົ້າໃຈ,ເຮັດໃຫ້ສະມາຊິກຊາວໝຸ່ມແຕ່ລະສະຫາຍມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະຫຼັກໝັ້ນທີດີ, ມີຄວາມຫ້າວຫັນ ແລະປະຕິບັດຂໍ້ກຳນົດ-ກົດລະບຽບຂອງກອງທັບ, ຂອງກົມກອງວາງອອກໄດ້ເປັນຢ່າງດີ ຜ່ານການຈັດຕັ້ງປະຕິບັດປະເມີນຜົນຂໍ້ແຂ່ງຂັນ 4 ບຸກ ສາມາດສະຫຼຸບໄດ້ວ່າ: ບຸກດ້ານການເມືອງແນວຄິດປະຕິບັດໄດ້ 97%, ບຸກດ້ານການຝຶກຝົນຫຼໍ່ຫຼອມດ້ານການຮໍ່າຮຽນປະຕິບັດໄດ້ 97%, ບຸກດ້ານການຈັດຕັ້ງປະຕິບັດໄດ້ 93%, ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳປະຕິບັດໄດ້ 87%, ຈາກນັ້ນໜ່ວຍຊາວໜຸ່ມຍັງໄດ້ອອກແຮງສ້າງເສດ ຖະກິດແກ້ໄຂຊີວິດການເປັນຢູ່ດ້ວຍການ ປູກຝັງ, ລ້ຽງສັດຕາມເງື່ອນໄຂຂອງກົມກອງເຊິ່ງຜູ້ໜຶ່ງສາມາດປູກພືດຜັກປ້ອມເຂົ້າເຮືອນຄົວລວມ ໄດ້ 80 ກິໂລຕໍ່ຄົນຕໍ່ປີ ແລະຂາຍອອກຈຳຈວນໜຶ່ງ, ລ້ຽງໝູ 8 ໂຕ, ລ້ຽງກົບ 2.000ໂຕ, ລ້ຽງສັດປີກ 250 ໂຕ, ສ້າງເງິນຄັງຂອງໜ່ວຍໄດ້ 4.100.000 ກີບ, ຈາກຜົນງານດັ່ງກ່າວຈິ່ງສາມາດຄັດເລືອກໄດ້ສະມາຊິກຊາວໝຸ່ມປະເພດແຂງ 42 ສະຫາຍ, ກາງ 3 ສະຫາຍ, ບໍ່ໄດ້ແບ່ງ 12 ສະຫາຍ, ຍ້ອນຍົກຍ້າຍມາຢູ່ໃໝ່. ໂດຍ:ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ