ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 214 ຄົນ ນຳເຂົ້າ 52 ຄົນ, ຊຸມຊົນ 162 ຄົນ
ເວລາອອກຂ່າວ: 2021-09-20 12:41:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:



ວັນທີ 20 ກັນຍາ ປີ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 19 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.117 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 214 ຄົນ: ກໍລະນີນໍາເຂົ້າ ມີ 52 ຄົນ ຈາກ ແຂວງ ສະຫວັນນະເຂດ 32 ຄົນ, ສາລະວັນ 12 ຄົນ, ຈໍາປາສັກ 4 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ຄໍາມ່ວນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ. ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 162 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: ນະຄອນຫຼວງ 77 ຄົນ: 1). ກຸ່ມໂຮງງານ ອານພີ ລາວ 42 ຄົນ ເກັບຕົວຢ່າງ ຢູ່ສູນດົງໂດກ ໃຫ້ຜົນບວກ 40 ຄົນ ເກັບຢູ່ໂຮງງານ 2 ຄົນ 2). ຈຸດເກັບ ຕົວຢ່າງ ຈາກບືງຂະຫຍອງ : ໃຫ້ຜົນບວກ 29 ຄົນ ຈໍາປາສັກ 33 ຄົນ: ເມືອງບາຈຽງ 3 ຄົນ ແລະ ນະຄອນປາກເຊ 30 ຄົນ ຄຳມ່ວນ 28 ຄົນ: ທ່າແຂກ 11 ບ້ານ ບົວລະພາ 1 ບ້ານ ຫີນບູນ 1 ບ້ານ ບໍ່ແກ້ວ 12 ຄົນ: ທັງ 12 ຄົນ ແມ່ນຢູ່ ເຂດພິເສດຂອງເມືອງຕົ້ນເຜື້ອງ (ລາວ 01 ຄົນ, ພະມ້າ 06 ຄົນ ແລະ ຈີນ 05 ຄົນ). ສະຫວັນນະເຂດ 9 ຄົນ: ນັກສຶກສາແພດ ມີ 02 ຄົນ ບ້ານໂນນສະຫວາດ, ບ້ານສະໜາມໄຊ, ບ້ານໄຊຍະພູມ ແລະ ບ້ານນາເຕີ້ຍ, ບ້ານລະ 01 ຄົນ ບ້ານທ່າເດື່ອ, ເມືອງສອງຄອນ ມີ 01 ຄົນ ຄົນຫວຽດ ມີ 02 ຄົນ, ແຕ່ບໍ່ຮູ້ແຫລ່ງທີ່ມາ ຂອງການຕິດເຊື້ອ ຊຽງຂວາງ 2 ຄົນ: ທັງສອງຄົນເປັນເອື້ອຍນ້ອງກັນ (ເພດຍິງ, ອາຍຸ 42 ປີ ອາຊິບ: ກໍາມະກອນຕັດຫຍິບໂຮງງານອານປີລາວ ແລະ ເພດຍິງ, ອາຍຸ 34 ປີ, ອາຊີບ: ຄ້າຂາຍ).ເຫດຜົນເດີນທາງໄປແຂວງຊຽງຂວາງ ຍ້ອນວ່າໄປສົ່ງສະການພໍ່ເສຍຊີວິດ ຢູ່ບ້ານຫໍສິມ, ເມືອງຜາໄຊ. ວັນທີ 14 ກັນຍາ 2021 ໄດ້ເດີນທາງຈາກນະຄອນຫລວງວຽງຈັນ ໄປຮອດແຂວງຊຽງຂວາງ ງານສົບຈັດແຕ່ວັນທີ 14-17 ກັນຍາ 2021 ວັນທີ 17 ກັນຍາ 2021 ໄດ້ສົ່ງສະການພໍ່ ທາງແຂວງຊຽງຂວາງ ໄດ້ປະກາດ ໃຫ້ພໍ່ແມ່ປະຊາຊົນ ຜູ້ໃດໄດ້ຮ່ວມງານສົບ ໃຫ້ໄປເກັບຕົວຢ່າງ ພ້ອມທັງຈຳກັດບໍລິເວນ ບໍລິຄໍາໄຊ 1 ຄົນ: ເປັນຄົນທີ່ມີອາການທາງລະບົບຫາຍໃຈ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 19.399 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.255 ຄົນ. ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 08 ບ້ານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ