ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 154 ເຄມີປະກອບສ່ວນວັດຖຸກໍ່ສ້າງພຣະພຸດທະຮູບ ຫຼວງພໍ່ແສນທັນ
ເວລາອອກຂ່າວ: 2021-09-20 12:31:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 561 | ຄວາມນິຍົມ:



ໃນວັນທີ 1 ກັນຍາ 2021 ນີ້, ຄະນະພັກ - ຄະນະບັນຊາກອງຮ້ອຍ 154 ເຄມີ ກອງພົນທີ 4 ໄດ້ປະກອບສ່ວນຊຸກຍູ້ວັດຖຸກໍ່ສ້າງພຣະພຸດທະຮູບ (ຫຼວງພໍ່ແສນທັນໃຈ) ຢູ່ວັດປ່າທຳມະແກ້ວແສງທອງ ບ້ານ ດົງນ້ອຍ ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ, ເຂົ້າຮ່ວມມີ ສະຫາຍ ພັນຕີ ໄຊສົມບູນ ເຮືອງໄຊ ຮອງຫົວໜ້າການເມືອງກອງຮ້ອຍດັ່ງກ່າວພ້ອມດ້ວຍຄະນະ, ພຣະອາຈານ ຕຸ ຕິກຄະວິໂລ ປະທານອົງການພຸດທະສາດສະໜາ (ອພສ) ເຂດ 2, ກຸ່ມບ້ານ ດົງນ້ອຍ ,ມີອຳນາດການປົກຄອງ ບ້ານດົງນ້ອຍ ເຂົ້າຮ່ວມ. ວັດຖຸກໍ່ສ້າງທີ່ນຳມາປະກອບສ່ວນໃນຄັ້ງນີ້ລວມມີ: ຊີມັງຈຳນວນ 20 ເປົາ, ນ້ຳດື່ມ 6 ແພັກນ້ອຍ, ຄິດໄລ່ມູນຄ່າເປັນເງິນ 700.000 ກີບ, ທັງນີ້ ກໍ່ເພື່ອປະກອບສ່ວນກໍ່ສ້າງພະພຸດທະຮູບດັ່ງກ່າວໃຫ້ມີໂຄງສ້າງທີ່ແໜ້ນໜາຖາວອນ, ມີຄວາມຈົບງາມກາຍເປັນສູນລວມຂອງປະຊາຊົນຜູ້ທີ່ມີຄວາມເຫຼື່ອມໃສທາງສາສະໜາໄດ້ມາກາບໄຫວ້ບູຊາ. ໂອກາດດັ່ງກ່າວ ພຣະອາຈານ ຕຸ ຕິກຂະວິໂລ ປະທານ ອພສ ກຸ່ມບ້ານດົງນ້ອຍ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຄະນະບັນຊາກອງຮ້ອຍທີ່ໄດ້ເປັນສ່ວນໜຶ່ງໃນການກໍ່ສ້າງພຣະພຸດທະຮູບ (ຫຼວງພໍ່ແສນທັນໃຈ) ໂດຍການນຳເອົາວັດຖຸຈຳນວນດັ່ງກ່າວ ປະກອບສ່ວນໃຫ້ທາງວັດຂອງພວກເຮົາ, ອັດຕະມາພາບ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາວັດຖຸກໍ່ສ້າງດັ່ງກ່າວ ໄປປະກອບສ່ວນສ້າງພະພຸດທະຮູບໃຫ້ສໍາເລັດຢ່າງສົມບູນເປັນສູນລວມໃຈຂອງຊາວພຸດທະສາດສະໜາ, ເປັນສະຖານທີ່ ທີ່ມີຄວາມສັກສິດ ແລະ ເປັນທີ່ສັກກະລະບູຊາໃຫ້ແກ່ແຂກຄົນທົ່ວໄປທີ່ມີຄວາມເຫຼື່ອໃສທາງສາດສະໜາພຸດ. ຂ່າວ - ພາບໂດຍ: ໂພຄຳ ພອນປະເສີດ, ອານຸສັກ ຈູມມະນີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ