ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຮາກຖານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ
ເວລາອອກຂ່າວ: 2021-09-16 12:07:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1425 | ຄວາມນິຍົມ:



ໜ່ວຍພັກຮາກຖານກໍາມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນໃນວັນທີ 14 ກັນຍາ 2021 ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປອ ວົງສັກ ພັນທະວົງ ເລຂາໜ່ວຍພັກ, ເຂົ້າຮ່ວມມີສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ປະທານສະພາແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ປອ ມາລາ ວິລະຈິດ ຮອງເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຍົກໃຫ້ເຫັນການນໍາພາປະຕິບັດວຽກງານຂອງໜ່ວຍພັກຮາກຖານກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ໃນໄລຍະ 5 ປີຜ່ານມາ, ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ-ພະນັກງານ, ກຳແໜ້ນແນວຄິດ ແລະ ການເຄື່ອນໄຫວຕ່າງໆຂອງສະມາຊິກພັກ ແນໃສ່ຕ້ານບັນຫາຄວາມບໍ່ສະຫງົບຢູ່ພາຍໃນ; ເອົາໃຈໃສ່ຊີ້ນໍາກຳມາທິການ, ບັນດາກົມໃນການຄົ້ນຄວ້າຕົກລົງ ແລະ ຮັບຮອງບັນຫາພື້ນຖານຂອງຊາດ ຕາມສິດ ແລະ ພາລະບົດບາດຂອງກຳມາທິການ; ໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຢູ່ບັນດາກົມກອງທ້ອງຖິ່ນຈໍານວນ 16 ຄັ້ງ; ໄດ້ເຂົ້າຮ່ວມໃນການກໍ່ສ້າງ ແລະ ປັບປຸງກົດໝາຍຕາມແຜນການລວມຂອງສະພາແຫ່ງຊາດໄດ້ທັງໝົດ 85 ສະບັບ, ສະເພາະຂົງເຂດ ປກຊ-ປກສ 3 ສະບັບຄື: ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນສະບັບປັບປຸງປີ 2017; ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງປີ 2018 ແລະ ກົດໝາຍວ່າດ້ວຍການຮ່ວມມືລະຫວ່າງປະເທດທາງອາຍາ(ສ້າງໃນປີ 2020). ນອກນັ້ນ, ຍັງໄດ້ຮ່ວມກັບຄະນະປະຈໍາສະພາລົງຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຕ່າງໆຂອງສະພາແຫ່ງຊາດ 6 ຄັ້ງ, ປະສານສົມທົບກັບກະຊວງ ປກຊ-ປກສ ຄົ້ນຄວ້າ ແລະ ຕົກລົງດ້ວຍຄໍາເຫັນເປັນເອກະພາບກ່ຽວກັບການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາທີ່ພົວພັນເຖິງຂົງເຂດ ປກຊ-ປກສ ທັງໝົດ 47 ເລື່ອງ, ສົ່ງເນື້ອໃນສາຍດ່ວນທີ່ພົວພັນເຖິງຂົງເຂດ ປກຊ-ປກສ ຢູ່ໃນໄລຍະກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ກະຊວງ ປກຊ- ປກສ ແກ້ໄຂຕາມພາລະບົດບາດ, ສ່ວນບັນດາກຳມະການຂອງກຳມາທິການ ປກຊ-ປກສ ທີ່ປະຈໍາຢູ່ບັນດາເຂດເລືອກຕັ້ງກໍໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຄົ້ນຄວ້າກວດກາບັນດາຄໍາຮ້ອງ, ຄໍາສະເໜີ ທີ່ພົວພັນເຖິງຂົງເຂດຍຸຕິທໍາ ແລະ ປກຊ- ປກສ ຢູ່ເຂດເລືອກຕັ້ງຢ່າງຕັ້ງໜ້າ ແນໃສ່ແກ້ໄຂບັນຫາຫາງສຽງຕ່າງໆໃຫ້ນັບມື້ຫຼຸດໜ້ອຍຖອຍລົງ. ກອງປະຊຸມ,ໄດ້ຄົ້ນຄວ້າປະກອບຄໍາຄິດ-ຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ພ້ອມທັງປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຄື: ສະຫາຍ ພົນຕີ ປອ ວົງສັກ ພັນທະວົງ ເປັນເລຂາ; ສະຫາຍ ພົນຈັດຕະວາ ປອ ມາລາ ວິລະຈິດ ເປັນຮອງເລຂາ; ສະຫາຍ ພົນຈັດຕະວາ ສົມວັນ ທໍາມາໄຊ ເປັນປະທານກວດກາ; ສະຫາຍ ພັນເອກ ແສງທອງ ທໍາມະເທວາ ແລະ ສະຫາຍ ພັນຕີ ສະເໝີນ້ອຍ ສີສະແຫວງສຸກ ເປັນຮອງ ແລະ ເລືອກເອົາຜູ້ແທນສົມບູນສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກສະພາແຫ່ງຊາດ ໄດ້ຕາມລະດັບຄາດໝາຍ. ໂອກາດດັ່ງກ່າວ, ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ໄຊສົມພອນ ພົມວິຫານ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນ, ເປັນທິດຊີ້ນໍາໃຫ້ສະມາຊິກພັກ ກໍຄືຄະນະໜ່ວຍພັກຊຸດໃໝ່ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ຢ່າງປະດິດສ້າງເຂົ້າໃນສະພາບວຽກງານຕົວຈິງຂອງກຳມາທິການ ປກຊ- ປກສ ຢ່າງມີປະສິດທິຜົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ