ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 154 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 131 ຄົນ
ເວລາອອກຂ່າວ: 2021-09-16 11:54:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 889 | ຄວາມນິຍົມ:



ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ມາຮອດວັນທີ 15 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 5.270 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 154 ຄົນ. ໃນນີ້ ກໍລະນີນໍາເຂົ້າ ມີ 23 ຄົນ ຈາກແຂວງສະຫວັນນະເຂດ 10 ຄົນ, ນະຄອນຫຼວງ 5 ຄົນ, ຈໍາປາສັກ 3 ຄົນ, ຄຳມ່ວນ 3 ຄົນ ແລະ ສາລະວັນ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ ແລະ ຕິດເຊື້ອໃນຊຸມຊົນ 131 ຄົນ ແມ່ນມີລາຍລະອຽດຄື: ແຂວງຄຳມ່ວນ 58 ຄົນ ກຸ່ມທີ 1: ບ້ານນາໄກ່ເຂຍ, ເມືອງທ່າແຂກ ແມ່ນກຸ່ມທີ່ມີອາການທາງລະບົບຫາຍໃຈ 10 ຄົນ, ກຸ່ມທີ 2 ຄ້າຍຄຸມຂັງເມືອງທ່າແຂກ (ສຳຜັດກັບຕໍາຫລວດ) ມີ 1 ຄົນ; ກຸ່ມທີ 3 ຈາກ 4 ເມືອງຄື: ເມືອງທ່າແຂກ 20 ບ້ານ, ເມືອງມະຫາໄຊ 2 ບ້ານ, ເມືອງເຊບັ້ງໄຟ 3 ບ້ານ ແລະ ເມືອງໄຊບົວທອງ 1 ບ້ານ. ແຂວງສະຫວັນນະເຂດ 22 ຄົນ ທີ່ຕິດເຊື້ອຈາກສະຖານທີ່ຂຸມຄັງ 17 ຄົນ ແລະ ພະນັກງານບໍລິສັດເອຄອນ 5 ຄົນຄື: ເພດຍິງ​ ອາຍຸ 31 ປີ ບ້ານຫົວເມືອງໃຕ້ ນະຄອນໄກສອນ, ເພດຊາຍ​ ອາຍຸ 29 ປີ ບ້ານໄຊຍະພູມ ນະຄອນໄກສອນ, ເພດຊາຍ ​ອາຍຸ 29 ປີ ບ້ານ ໂພນສູງ ນະຄອນໄກສອນ, ເພດຊາຍ, ອາຍຸ 30​ ປີ​ ບ້ານ ໂພນທັນ ໄຊບູລີ ແລະ ເພດຊາຍ ອາຍຸ 29 ປີ ບ້ານອຸດົມວິໄລ ນະຄອນໄກສອນ. ຈໍາປາສັກ 20 ຄົນ ທັງໝົດມາຈາກນະຄອນປາກເຊ. ຫຼວງພະບາງ 13​ ຄົນ ກຸ່ມທີ 1 ມີ 09 ຄົນ ຈາກບ້ານໂພນໄຊ ເມືອງນານ ໄດ້ຈຳກັດບໍລິເວນຢູ່ສູນເມືອງນານ ແຕ່ວ່າໄດ້ພົວພັນໃກ້ຊິດກັບກໍລະນີຕິດເຊື້ອຢູ່ບ້ານໂພນໄຊ ທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2021. ກຸ່ມທີ 2 ມີ 3 ຄົນ ຈາກບ້ານຫ້ວຍແລ ເມືອງງອຍ ອາຊີບ ກໍາມະກອນ (ທັງ 3 ຄົນ) ແລະ ເດີນທາງມາຈາກນະຄອນຫລວງວຽງຈັນ ໃນວັນທີ 1 ກັນຍາ 2021 ເຂົ້າສູນເມືອງງອຍ ແລະ ໄດ້ເກັບຕົວຢ່າງ 3 ຄັ້ງ, ຊື່ງຄັ້ງທີ 3 ແມ່ນເກັບໃນວັນທີ 15 ກັນຍາ 2021 ແມ່ນກວດພົບເຊື້ອ. ກຸ່ມທີ 3 ມີ 1 ຄົນ ຢູ່ບ້ານທ່າລີ່ ເມືອງນານ ຊື່ງພົວພັນກັບກໍລະນີຕິດເຊື້ອຢູ່ບ້ານດຽວກັນ. ສໍາລັບນະຄອນຫຼວງວຽງຈັນ ມີ 9 ຄົນຄື: ບ້ານໜອງທາເໜືອ 2 ຄົນ, ຮ່ອງໄກ່ແກ້ວ 1 ຄົນ, ຕາດທອງ 1 ຄົນ, ໂຮງງານຕັດຫຍິບ ອິນເຕີເມດ ແຟຊັນ 3 ຄົນ (ບ້ານ ໄຊສະຫວ່າງ ເມືອງໄຊທານີ 2 ຄົນ ແລະ ບ້ານດອນໜູນ 1 ຄົນ), ບ້ານ ດ່ານຊ້າງ 1 ຄົນ (ລູກຊາຍກໍລະນີຕິດເຊື້ອທີ່ແມ່ຂາຍເຄື່ອງຢູ່ຕະຫລາດດ່ານຊ້າງ ແລະ ໄດ້ລາຍງານ ໃນວັນທີ 14 ກັນຍາ 2021), ບ້ານ ຫ້ວຍຫົງ ເມືອງຈັນທະບູລີ 1 ຄົນ ເປັນລູກຊາຍຂອງກຸ່ມທີ່ໄປເຮືອນດີພີ່ນ້ອງຢູ່ບ້ານສ້າງນໍ້າມັນ, ນະຄອນປາກເຊ ໃນວັນທີ 5 ກັນຍາ 2021. ແຂວງບໍ່ແກ້ວ 6 ຄົນ ເມືອງຕົ້ນເຜິ້ງ 5 ຄົນ ແລະ ເຂດເສດຖະກິດພິເສດ 1 ຄົນ, ຫຼວງນໍ້າທາ 2 ຄົນ ທັງໝົດຄົນສັນຊາດຈີນ ທີ່ເຄີຍເຮັດວຽກ ຢູ່ເຂດພິເສດສາມຫລ່ຽມຄໍາ ແລະ ແຂວງສາລະວັນ 1 ຄົນ ຈາກ ບ້ານໂນນເດື່ອ ເມືອງເລົ່າງາມ ເປັນຜູ້ສຳຜັດໄກ້ສິດກັບສາມີ ທີ່ຕິດເຊື້ອ ແລະ ຖືກລາຍງານ ໃນວັນທີ 9 ກັນຍາ 2021. ເຂດສ່ຽງ/ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ ມີ ບໍລິສັດ ອານພີລາວ ແອງແຕກນາຊົງນານ ຈຳກັດຜູ້ດຽວ (ໂຮງງານ ຕັດຫຍິບ) ບ້ານຫນອງທາເຫນືອ ເມືອງ ຈັນທະບູລີ, ໂຮງງານຕັດຫຍິບ ອິນທິເມດ ແຟຊັນ ບ້ານ ໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຮ້ານ D-mart ພະຂາວ ວັນທີ 6 ກັນຍາ 2021 ໄປຕໍ່ເອກະສານຢູ່ ດ່ານຂົວມິດຕະພາບ ແລະ ວັນທີ 7 ກັນຍາ 2021 ໄປກວດຢູ່ ຄລິນິກ ຫ້ວຍຫົງ ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18.059 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.108 ຄົນ. ສໍາລັບ ບ້ານທີ່ຖືກກຳນົດເປັນ ບ້ານແດງໃໝ່ ປະຈຳວັນທີ 16 ກັນຍາ 2021 ໃນນະຄອນຫຼວງວຽງຈັນ ມີ 1​ ບ້ານ ຄື: ບ້ານໜອງທາເໜືອ ເມືອງຈັນທະບູລີ. ບ້ານທີ່ຍັງເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 19 ບ້ານ, ບ້ານທີ່ຍັງເປັນເຂດແດງ ໃນແຂວງບໍ່ແກ້ວ ມີ 4 ບ້ານ, ບ້ານທີ່ຍັງເປັນເຂດແດງ ໃນແຂວງສະຫວັນນະເຂດ ມີ 23 ບ້ານ ແລະ ບ້ານທີ່ຍັງເປັນເຂດແດງ ໃນແຂວງຄຳມ່ວນ ມີ 45 ບ້ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ