ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວິທະຍາຄານ ກົມມະດຳເປີດສົກຮຽນ 2021-2022 ໃຫ້ນັກຮຽນ-ນັກສືກສາທຸກລະບົບ.
ເວລາອອກຂ່າວ: 2021-09-16 11:35:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 729 | ຄວາມນິຍົມ:



ວັນທີ 15 ກັນຍາ 2021 ນີ້, ວິທະຍາຄານ ກົມມະດໍາ ໄດ້ຈັດຕັ້ງພິທີເປີດສົກຮຽນໃໝ່ສົກຮຽນ 2021-2022 ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ , ມີສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການ, ກົມວີຊາສະເພາະ, ພະແນກການ-ກອງພັນ, ນັກຮຽນ-ນັກສືກສາເຂົ້າຮ່ວມ. ສະຫາຍ ພັນໂທ ປະດິດ ສິນທຳ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວິທະຍາຄານ ກົມມະດຳ ໄດ້ຂື້ນຜ່ານບົດລາຍງານແຜນການເປີດສົກຮຽນໃໝ່ປະຈຳສົກຮຽນ 2021-2022 ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 3396/ກປທ ລົງວັນທີ 13 ສິງຫາ 2019 ວ່າດ້ວຍການເປີດ-ຮຽນບັນດາໂຮງຮຽນໃນກອງທັບ ແລະ ຜ່ານແຜນການການສອນໃຫ້ແກ່ນັກຮຽນ-ນັກສືກສາ 5 ລະບົບຄື: ກໍ່ສ້າງນາຍທະຫານນຳພາ-ບັນຊາຂັ້ນໝວດ, ກອງຮ້ອຍ ປະລີນຍາຕີ ລະບົບ 4 ປີ ມີ 10 ເຫຼົ່າຮົບວິຊາສະເພາະຈຳນວນ 224 ສະຫາຍ ; ກໍ່ສ້າງພະນັກງານນຳພາ-ບັນຊາຂັ້ນໝວດ, ກອງຮ້ອຍ ລະບົບ 10 ເດືອນ ມີຈຳນວນ 80 ສະຫາຍ ; ພະນັກງານນຳພາລະບົບ 6 ເດືອນ ຈຳນວນ 120 ສະຫາຍ, ກໍ່ສ້າງຄູການທະຫານ ລະບົບ 1 ປີ ຈໍານວນ 50 ສະຫາຍ ແລະ ກໍ່ສ້າງນາຍສິບ 5 ເຫຼົ່າຮົບວິຊາສະເພາະ ລະບົບ 1 ປີ ຊັ້ນຕົ້ນ ຈຳນວນ 140 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເອົາໃຈໃສ່ວຽກງານສືກສາອົບຮົມ-ການເມືອງແນວຄິດ ໃຫ້ນັກຮຽນ-ນັກສືກສາຮັບຮູ້ໄດ້ພາລະບົດ, ໜ້າທີ່ຂອງວິທະຍາຄານ, ໜ້າທີ່ຂອງນັກສຶກສາ ແລະ ຮຽກຮ້ອງໃຫ້ນັກສຶກສາແຕ່ລະສະຫາຍຕັ້ງໃຈຄົ້ນຄວ້າຮໍ່າຮຽນ, ຍາດແຍ່ງເອົາຄວາມຮູ້ດ້ານທິດສະດີຫຼັກການ ແລະ ພຶດຕິກຳຕົວຈິງນຳຄູ-ອາຈານ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ວິທະຍາຄານວາງອອກ ພ້ອມກັນເຮັດສໍາເລັດໜ້າທີ່ຮໍ່າຮຽນ ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ. ພາບ-ຂ່າວ: ລຸນທອງ ສີບຸນເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ