ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​​ເລກ1 ມອບ​ເງິນອູດ​ໜູນ​ອອກທະຫານ ແລະ ເງີນອຸດ​ໜູນ​ໃຫ້​ແກ່​ຄອບຄົວ​ຜູ້​ເສຍຊີວິດ
ເວລາອອກຂ່າວ: 2021-09-16 11:29:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1874 | ຄວາມນິຍົມ:



ວັນ​ທີ 8 ກັນຍາ ​ນີ້,​ ພະ​ແນ​ກປະກັນ​ສັງຄົມ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 1​ ໄດ້​ມອບ​ເງິນ​ອຸດ​ໜູນ​​ອອກ​ທະຫານໃຫ້ນາຍສິບ ​ແລະ ​ເງີ​ນອຸດ​ໜູນ​ໃຫ້​ແກ່​ຄອບຄົວ​ຜູ້ເສຍ​ຊີວິດ ​ ເປັນ​ກຽດ​​ເຂົ້າ​ຮ່ວມ​ໂດຍສະຫາຍ ພັນ​ເອກ ບຸນ​ຈັນ ​ໂສລາ​ວັນ ຫົວໜ້າ​ຫ້ອງການ​ເມືອງໂຮງຮຽນ, ມີ​ ພະ​ແນ​ກການ​​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ນາງ ​ໄພ​ວັນ ວິ​ໄລ​ສອນ ຮອງ​ຫົວໜ້າ​ພະ​ແນ​ກປະກັນ​ສັງຄົມ ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1 ໄດ້​ຜ່ານຂໍ້​ຕົກລົງຂອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ,​ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດວ້ຍການ​ປະກັນ​ສັງຄົມ ​ສະບັບ​ເລກ​ທີ 675 / ກປທ ລົງ​ວັນ​ທີ 28 ​ກຸມພາ 2019 ​ແລະ ຄຳ​ສັ່ງ​​ແນະນຳເພີ່ມ​ເຕີມຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ປະກັນ​ສັງຄົມ ສະບັບ​ເລກ​ທີ 390/ກປທ,ລົງ​ວັນ​ທີ 13 ມັງກອນ 2021. ໃນ​ນີ້ ໄດ້ມ​ອບ​ເງີ​ນອຸດ​ໜູ​ນອອກ​ຈາກ​ຖັນ​ແຖວ​ກອງທັບ ​ຈຳນວນ 1 ສະຫາຍ ​ເປັນເງິ​ນ 22.235.000 ກີບ ​ແລະ ມອບ​ເງີ​ນ​ອຸດ​ໜູນ​​ໃຫ້​ແກ່ຄອບຄົວ​ຜູ້​ເສຍ​ຊີວິດຈຳນວນ 1 ສະຫາຍ ​ເປັນ​ເງິນ 10.529.400 ກີບ. ​ໂດຍກ່າວ​ມອບຂອງ​ ສະຫາຍ ພັນ​ເອກ ບຸນ​ຈັນ ​ໂສລາ​ວັນ ຫົວໜ້າ​ຫ້ອງການ​ເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ​ພ້ອມ​ທັງ​ມີ​ຄຳ​ເຫັນໂອ້​ລົມ​ ​ເຊິ່ງສະຫາຍກ່າວວ່າ: ການ​ມອບ​ເງີ​ນ​ໃນ​ຄັ້ງ​ນີ້ ​​ແມ່ນການ​ປະຕິບັດ​ນະ​ໂຍບາຍຂອງ​ພັກ - ​ລັດກໍ່​ຄື​ນະ​ໂຍບາຍ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ທີ່​ມີ​ຕໍ່​ນາຍ ​ແລະ​ ພົນທະ​ຫານ,​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ກໍ່​ແມ່ນ​ຄວາມ​ເປັນ​ຫວ່ງ​ເປັນ​ໄຍຂອງຄະນະ​ນຳ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1​ ຕໍ່​ພະນັກງານ ​- ນັກຮົບ​ຜູ້ທີ່​ມີ​ຄຸນງາມຄວາມດີ, ຜົນງານ​ການ​ເຄື່ອນ​ໄຫວປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ກົມ​ກອງ​ ແລະ ຈົ່ງ​ນຳເອົາເງີນຈຳນວນດັ່ງກ່າວໄປໝູນ​ໃຊ້​​​ເປັນ​ທຶນຮອນ​ສົ່ງ​ເສີມ​ໃຫ້​ລູກ​ເຕົ້າ​​ໄດ້​ຮັບ​ການ​ສືກສາ​ ​ແລະ ພັດທະນາ ​ຄອບຄົວ​ກໍ່​ຄື​​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​​​​​ໃຫ້​ດີ​ຂື້ນ​​ເທື່ອ​ລະ​ກ້າວ ​ແລະ ພ້ອມ​ກັນ​ສືຶກສາ​ອົບຮົມ​ລູກ​ເຕົ້າ​ໃຫ້​ເປັນ​ຄົນ​ດີ​ຂອງ​ສັງຄົມ​ໃນ​ອະນາ​ຄົດ. ພາບ ​ແລະ ຂ່າວ​ໂດຍ: ຮ.ທ ນ.ນ້ອຍ​ຈັນ​ໄພ​ ແກ້ວ​ວັນ​ເຮືອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ