ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ຈັດກອງປະຊຸມສ່ອງແສງວຽກງານກວດກາພັກ-ລັດ ປະຈຳເດືອນ 9 ປີ 2021
ເວລາອອກຂ່າວ: 2021-09-16 11:25:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 622 | ຄວາມນິຍົມ:



ວັນທີ 14 ກັນຍາ ນີ້, ວິທະຍາຄານພະລາທິການກອງທັບ(ວພກ) ໄດ້ຈັດຕັ້ງກອງປະຊຸມສ່ອງແສງວຽກງານກວດກາພັກ-ລັດ ປະຈຳເດືອນ 09 ປີ 2021, ເຂົ້າຮ່ວມເປັນປະທານຂອງສະຫາຍພັນເອກ ປອ ແສງທອງ ອຸ່ນນາງ ຫົວໜ້າຫ້ອງການເມືອງ ວພກ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນ ແລະ ພະແນກການເຂົ້າຮ່ວມ. ສະຫາຍພັນໂທ ທອງໃບ ສັນຕິສຸກ ຫົວໜ້າພະແນກກວດກາພັກ-ລັດ ວິທະຍາຄານພະລາ ກໍ່ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ຂອງວຽກງານກວດກາ, ເຊິ່ງຍົກໃຫ້ເຫັນດ້ານດີຜົນງານ, ບາງຈຸດທີ່ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະ 01 ເດືອນຜ່ານມາ, ຕໍ່ກັບວຽກງານກວດກາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃກ້ສິດຕິດແທດຊີ້ນຳ-ນຳພາ ບັນດາຮາກຖານພັກໃນທົ່ວວິທະຍາຄານ, ປະຕິບັດລະບອບສ່ອງແສງລາຍງານເປັນປົກະຕິ, ເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບວຽກງານກວດກາພັກ-ລັດ ເຊິ່ງເປັນໜ້າທີ່ຕ້ອງໄດ້ປະຕິບັດຕາມກົດລະບຽບຂອງພັກວາງອອກ, ຖືເອົາວຽກງານກວດກາຢູ່ແຕ່ລະໜ່ວຍພັກເປັນຫຼັກ ພ້ອມກັນປັບປຸງກໍ່ສ້າງພັກໃຫ້ເຂັ້ມແຂງໜັກແໜ້ນໃນທຸກດ້ານ. ຕອນທ້າຍສະຫາຍປະທານ ກໍ່ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງພ້ອມກັນ ເອົາໃຈໃສ່ເປັນເຈົ້າການໃນການປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງໃຫ້ໄດ້ກົມກອງປອດໃສ, ປອດໄພ, ປອດຄະດີ, ເພີ່ມທະວີສະຕິຕໍ່ວຽກງານກວດກາໃຫ້ເຂັ້ມງວດ. ໂດຍ: ຈິນດາ ແກ້ວວົງກົດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ