ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງໝໍທະຫານແຂວງອຸດົມໄຊ ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2021
ເວລາອອກຂ່າວ: 2021-09-16 11:23:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 870 | ຄວາມນິຍົມ:



ໃນວັນທີ 7 ກັນຍາ 2021 ນີ້, ໂຮງໝໍທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2021 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ພະແນກ ການກ່ຽວຂ້ອງ ແລະ ພະນັກງານ-ແພດໝໍເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພັນໂທ ດວງຈັນ ພັນທະວົງ ຫົວໜ້າການເມືອງໂຮງໝໍທະຫານແຂວງ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງ ພ້ອມທັງວາງທິດທາງແຜນການໃນ 6 ເດືອນທ້າຍປີ ແນໃສ່ເພື່ອປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ. ໃນ 6 ເດືອນຜ່ານມາ, ໂຮງໝໍທະຫານແຂວງສາມາດກວດຄົນເຈັບໄດ້ທັງໝົດ 2.482 ເທື່ອຄົນ, ຮັບຄົນເຈັບເຂົ້ານອນປິ່ນປົວທັງໝົດ 338 ເທື່ອຄົນ, ປິ່ນປົວດີ 335 ເທື່ອຄົນ, ສົ່ງໂຮງໝໍອື່ນ 3 ເທື່ອຄົນ, ໃນນີ້ມີພະນັກງານທະຫານເຂົ້າຮັບປິ່ນປົວ 103 ເທື່ອຄົນ, ຕຳຫຼວດ 4 ເທື່ອຄົນ, ພະນັກງານປົກຄອງ 15 ເທື່ອຄົນ, ປະຊາຊົນ 141 ເທື່ອຄົນ, ຜ່າຕັດກາງ 4 ກໍລະນີ, ຜ່າຕັດນ້ອຍ 12 ກໍລະນີ, ແກ້ໄຂບາດແຜສຸກເສີນ 361 ກໍລະນີ, ກວດ ແລະ ຖອນແຂ້ວ 63 ຄົນ, ກວດຫູ, ດັງ, ຄໍ 8 ຄົນ, ກວດພະຍາດຍິງ 12 ຄົນ, ວິເຄາະເລືອດ 2.667 ເທື່ອຄົນ, ເອໂກ້ 490 ເທື່ອຄົນ, ລັງສີ 97 ເທື່ອຄົນ, ແທກຫົວໃຈ 91 ເທື່ອຄົນ, ນອກນີ້ຍັງສາມາດເກັບກຳພະຍາດທີ່ພົ້ນເດັ່ນ ໃນ 6 ເດື່ອນຜ່ານມາຄື: ເອັກເສບກະເພາະກວມເອົາ 25,14%, ໄຂ້ທໍລະຜິດ 12,72%, ເຈັບເສັ້ນປະສາດ 10,94% ແລະ ອັກເສບປອດ 5,91%. ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນຈັດຕະວາ ຄຳຢີນ ແສງສຸລີ ເຊິ່ງກ່ອນອື່ນ ສະຫາຍໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ມີການປ່ຽນແປງຢ່າງຈະແຈ້ງ, ເຮັດໃຫ້ພະນັກງານ-ແພດໝໍ ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ອຸດົມການຈັນຍາບັນຂອງແພດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງກວ່າເກົ່າ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກົມກອງ, ຂອງທັບໃຫ້ເຂັ້ມງວດ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ, ຄະນະບັນຊາ, ຂະແໜງການ, ວິຊາການຕາມຫຼັກການລວມສູນປະຊາທິປະໄຕ, ເອົາໃຈໃສ່ກໍ່ສ້າງພັກ-ພະນັກງານໂດຍຖືເອົາຄຸນນະພາບເປັນກົກ, ເອົາໃຈໃສ່ປະຕິບັດໜ້າທີວິຊາສະເພາະໃຫ້ກາຍເປັນມືອາຊີບ, ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປືກແຜ່ນແໜ້ນໜາ, ພ້ອມກັນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຕາມພາລະບົດບາດຂອງຕົນ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ