ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໝວດປ້ອງກັນທີ່ຕັ້ງກອງພັນໃຫຍ່ 101 ເປີດຊຸດອົບຮົມປະຈໍາປີ 2021
ເວລາອອກຂ່າວ: 2021-09-16 10:07:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1222 | ຄວາມນິຍົມ:



ໃນຕົ້ນເດືອນ ກັນຍາ 2021 ນີ້, ໝວດປ້ອງກັັນທີ່ຕັ້ງກອງພັນໃຫຍ່ 101 ໄດ້ເປີດຊຸດອົບຮົມປະຈຳປີ 2021 ໂດຍການເປັນປະທານຂອງສະຫາຍ ພັນໂທ ສີພອນ ວັນນະວົງ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 101. ສະຫາຍ ຮ້ອຍຕີ ສົມພອນ ໄຊຍະສິດ ຫົວໜ້າໝວດປ້ອງກັນທີ່ຕັ້ງ ກອງພັນໃຫຍ່ 101 ໄດ້ຜ່ານແຜນການອົບຮົມ-ຫັດແອບການເມືອງ-ການທະຫານ ແລະ ວິຊາລະບຽບງົດງາມ. ໂດຍປະຕິບັດຕາມແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນ ຝຶກຝົນຫຼໍ່ຫຼອມກຳລັງແຮງກາຍ ຂອງໝວດປ້ອງກັນທີ່ຕັ້ງ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບເຊື່ອມຊຶມຢ່າງເລິກເຊິ່ງຕໍ່ວຽກງານອົບຮົມ-ຫັດແອບເຊິ່ງແມ່ນໜ້າທີ່ຄວາມຮັບຜິດຊອບຂອງໝົດທຸກຄົນ ແລະ ເພື່ອຍົກສູງທາງດ້ານສິລະປະຍຸດ-ຢຸດທະວິທີ ແລະ ວິຊາສະເພາະໃຫ້ມີຄວາມຊຳນິຊຳນານໃນເວລາປະຕິບັດໜ້າທີ່ວຽກງານຕົວຈິງ. ການອົບຮົມ-ຫັດແອບໃນຄັ້ງນີ້ ແມ່ນໄດ້ເລັ່ງໃສ່ພາກລະບຽບງົດງາມ ເປັນຕົ້ນແມ່ນການຈັດຕັ້ງເຜີຍແຜ່ຂໍ້ກຳນົດເພີ່ມເຕີມ ວ່າດ້ວຍການຈັດຕັ້ງລະບອບການນຸ່ງຖືເຄື່ອງແບບ, ການເຄົາລົບລາຍງານ ແລະ ພິທີການ, ການວາງພວງມາລາ, ການເຄື່ອນຍ້າຍສົບ, ລະບຽບພິທີການໃນຮົ່ມ ແລະ ກາງແຈ້ງພາຍໃນກອງທັບປະຊາຊົນລາວ, ລະບຽບການເຂົ້າ-ອອກປະຕູໂຂງ ໃຫ້ເປັນລະບຽບຮ້ອຍ ແລະ ຖືກຕ້ອງເປັນເອກະພາບກັນ. ການອົບຮົມຫັດແອບໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 45 ວັນຈຶ່ງຈະສໍາເລັດ. ໂດຍ ສິນໄຊ ເພັດລັດຕະນະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ