ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການທະຫານກອງພົນທີ 2 ເຄື່ອນໄຫວຊີ້ນຳວຽກງານຢູ່ກອງພັນໃຫຍ່ 201
ເວລາອອກຂ່າວ: 2021-09-16 10:04:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 340 | ຄວາມນິຍົມ:



ໃນວັນທີ 10 ກັນຍາ 2021 ນີ້, ສະຫາຍ ພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2 ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານຕ່າງໆ ຢູ່ກອງພັນໃຫຍ່ 201 ທີ່ຂື້ນກັບກອງພົນທີ 2 ໂດຍການ ຕ້ອນຮັບຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງກອງພັນໃຫຍ່ 201 ພ້ອມດ້ວຍຄະນະ. ພາຍຫຼັງໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ານຕ່າງໆ ໃນໄລຍະຜ່ານມາ ຈາກຄະນະພັກ-ຄະນະບັນຊາກອງພັນໃຫຍ່ 201. ສະຫາຍ ພັນເອກ ຄໍາດີ ໄຊຍະວົງ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງກອງພັນໃຫຍ່ 201. ເຊິ່ງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ທີ່ພວມຜັນແປໄປຢ່າງສະຫຼັບສັບຊ້ອນ ແລະ ປະເຊີນໜ້າກັບໄພຄຸກຄາມຂອງພະຍາດລະບາດໂຄວິດ-19, ສະຫາຍຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ເພີ່ມທະວີເຝົ້າລະວັງ ໃນການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ເພື່ອບໍ່ໃຫ້ເກີດຂື້ນຢູ່ກົມກອງຂອງຕົນ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງ, ຍົກສູງພາລະບົດບາດການຊີ້ນໍາ-ນໍາພາ ຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ, ພະນັກງານ ແລະ ກໍ່ສ້າງກໍາລັງໃຫ້ເຕີບໃຫຍ່ເຂັ້ມແຂງດ້ານຈຳນວນ ແລະ ຄຸນນະພາບ, ເຮັດວຽກງານກຽມພ້ອມສູ້ຮົບປ້ອງກັນເວນຍາມຕາມສະຖານທີ່ສໍາຄັນຕ່າງໆໃຫ້ມີຄວາມສະຫງົບຕິດພັນກັບການອົບຮົມ-ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີ, ປັບປຸງລະບຽບແບບແຜນຂອງກົມກອງ, ເອົາໃຈໃສ່ຄຸ້ມຄອງກວດກາດ້ານຈໍານວນພົນ ແລະ ພາຫະນະອາວຸດ ເພື່ອຮັບປະກັນເຄື່ອນໄຫວກຽມພ້ອມສູ້ຮົບ ແລະ ປະຕິບັດໜ້າທີ່ການເມືອງຕົວຈິງໃຫ້ທ່ວງທັນກັບສະພາບການ, ເພີ່ມພູນຜະລິດ ສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນເລື່ອຍໆ. ໂອກາດທີ່ລົງເຄື່ອນໄຫວຊີ້ນຳວຽກງານໃນຄັ້ງນີ້, ສະຫາຍຫົວໜ້າການທະຫານກອງພົນທີ 2 ໄດ້ນໍາເອົາເງີນສົດໄປມອບໃຫ້ ກອງພັນທີ 3 ແລະ ກອງພັນ 404 ກົມກອງລະ 5.000.000 ກີບ ເພື່ອໝູນໃຊ້ເຂົ້າໃນການພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ