ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2021-09-16 09:59:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ວັນທີ 13 ກັນຍາ 2021 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ແລະ ຫົວໜ້າ ພະແນກສັງລວມ ຫ້ອງການ ກົມໃຫຍ່ເຕັກນິກກອງທັບ ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນໂທ ວຽງນາກ ວິລະວົງ ຫົວໜ້າພະແນກ ພະນັກງານ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າຫ້ອງການ ກົມໃຫຍ່ເຕັກນິກກອງທັບ, ອິງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອິງຕາມ ທິດທາງກ່ຽວກັບການປັບປຸງກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍພັນໂທ ທະວີສັກ ສີຊາເນດ ເປັນຮອງຫົວໜ້າຫ້ອງການ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນຕີ ຫຼ້າວຽງຄອນ ດາລາສຸກ ເປັນຫົວໜ້າພະແນກສັງລວມ ຫ້ອງການ ກົມໃຫຍ່ເຕັກນິກກອງທັບ. ໃນໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບບັນດາຜົນງານ, ຜົນສຳເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງພ້ອມກັນເປັນເຈົ້າການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບການມອບໝາຍ, ກຳແໜ້ນບັນດາພະລະບົດບາດ, ທີ່ຕັ້ງ, ສິດ ແລະ ຂອບເຂດຂອງຫ້ອງການໃຫ້ໜັກແໜ້ນ, ເອົາໃຈໃສ່ຊອກຮູ້ຮໍ່າຮຽນ, ຍົກລະດັບຄວາມຮູ້, ຄວາມສາມມາດໃຫ້ສູງກວ່າເກົ່າ, ເຮັດວຽກມີແບບແຜນ, ມີແຜນການຈຸດສຸມ, ມີຄວາມສາມັກຄີພາຍໃນໝູ່ຄະນະ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ໂດຍ: ຄຳສອນ ພົມໃຊ້ຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ