ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການ 13 ຂໍ້, ມາດຕະການຜ່ອນຜັນ 12 ຂໍ້ ແລະ ມາດຕະການຕໍ່ຜູ້ລະເມີດອີກ 15 ວັນ ຂອງລັດຖະບານຢ່າງເຂັ້ມງວດ.
ເວລາອອກຂ່າວ: 2021-09-15 20:24:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 341 | ຄວາມນິຍົມ:



ໃນວັນທີ 15 ກັນຍາ 2021 ນີ້, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ໄດ້ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດມາດຕະ ການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ວ່າ: ຮອດວັນທີ 15 ກັນຍາ 2021 ສະພາບການລະບາດພະຍາດ COVID-19 ຢູ່ ສປປ ລາວ ແມ່ນມີທ່າອ່ຽງເພີ່ມຂຶ້ນ ແລະ ຈະກ້າວສູ່ລະດັບ 2; ພ້ອມດຽວກັນນັ້ນ ຢູ່ບາງແຂວງ ຈະກ້າວສູ່ລະດັບ 3 ເຊັ່ນ: ແຂວງຈຳປາສັກ, ຄຳມ່ວນ, ສະຫວັນນະເຂດ ແລະ ນະຄອນຫລວງວຽງຈັນ, ເຊິ່ງທ້ອງຖິ່ນເຫລົ່ານີ້ ເຖິງແມ່ນວ່າການຕິດ ເຊື້ອທີ່ມາຈາກຕ່າງປະເທດໄດ້ຫຼຸດລົງກໍຕາມ, ແຕ່ການລະບາດໃນຊຸມຊົນ ແມ່ນຍັງແຜ່ລາມເປັນວົງກວ້າງ. ສາເຫດຕົ້ນຕໍ ຂອງການຕິດເຊື້ອໃນຊຸມຊົນ ແມ່ນການເດີນທາງໄປມາລະຫວ່າງທ້ອງຖິ່ນຕໍ່ທ້ອງຖິ່ນ ໂດຍສະເພາະໃນ ທ້ອງຖິ່ນທີ່ມີການລະບາດໃນຊຸມຊົນ ແລະ ການດຳເນີນກິດຈະກຳຕ່າງໆ ໃນສັງຄົມຢູ່ຫລາຍບ່ອນຂອງການຈັດຕັ້ງ ແລະ ບຸກຄົນຈຳນວນໜຶ່ງ ບໍ່ທັນປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນພະ ຍາດ COVID-19 ໄດ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ. ສະນັ້ນ, ໃນມື້ນີ້ ລັດຖະບານ ຈຶ່ງໄດ້ອອກແຈ້ງການ ເລກທີ 1177/ຫສນຍ ທີ່ໄດ້ກຳນົດບັນດາມາດຕະການ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 16 ກັນຍາ ຫາ ເວລາ 24:00 ໂມງ ຂອງວັນທີ 30 ກັນຍາ 2021, ເຊິ່ງໂດຍລວມແລ້ວ ແມ່ນບັນດາມາດຕະການ ທີ່ໄດ້ກຳນົດໃນແຈ້ງການ ເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021. ໂດຍມີມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ ຄື: 1. ສຸມໃສ່ການສັກວັກຊິນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້; ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດມາກວດຫາເຊື້ອ ແລະ ຈຳກັດບໍລິ ເວນ ໃຫ້ຖືກຕ້ອງຕາມຫລັກວິຊາການກ່ຽວຂ້ອງ. 2. ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງ ນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະ ຕິບັດຕາມມາດຕະການໃນຂໍ້ 2.9 ຂອງແຈ້ງການສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021. 3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງ ປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນທີ່ມີຄວາມຈຳເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ. 4. ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ. 5. ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫລາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ. 6. ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດຂອງຄະນະສະ ເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ. 7. ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ (ເຂດແດງ). 8. ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫລື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫລາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ; ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫລື ຂັ້ນແຂວງ. ສໍາລັບການຄົບ ງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງ ຄະນະສະ ເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021. 9. ຫ້າມຈັດງານສັງສັນ ຫລື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່. 10. ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ. 11. ປິດການສັນຈອນຂອງພາຫະນະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00 ໂມງ-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະ ກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ. 12. ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ສືບຕໍ່ເລື່ອນການສອບເສັງຄັດເລືອກເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ, ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ, ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງ ຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫລວງວຽງຈັນ. 13. ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫລື ຜູ້ທີ່ໄດ້ສັກວັກຊິນຄົບໂດສ, ແຕ່ຖ້າຢູ່ສຳນັກງານ-ອົງການໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ ຫລື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ. ສຳລັບຜູ້ຍິງຖືພາ ທີ່ບໍ່ສາມາດສັກວັກຊິນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ. ມາດຕະການຜ່ອນຜັນ: 1. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫລາດສົດ, ຕະຫລາດຂາຍອາຫານ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດ ແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫລື ເຈວລ້າງມື, ມີການຈັດສັນທາງເຂົ້າ-ອອກໃຫ້ເປັນລະບຽບ ແລະ ໃຫ້ເປີດບໍລິການບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ. 2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ໂດຍໃຫ້ບໍລິການສະເພາະຕັດແຕ່ງຜົມເທົ່ານັ້ນ, ສ່ວນການບໍລິການອື່ນໆ ແມ່ນຫ້າມເດັດຂາດ ແລະ ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ. ສຳລັບເຈົ້າຂອງຮ້ານ, ພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການ ຕ້ອງໄດ້ຮັບວັກຊິນຄົບໂດສ ກ່ອນ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. ໃຫ້ເປິດບໍລິການບໍ່ເກີນ 19:00 ໂມງ ຢ່າງເດັດຂາດ. 3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ ແລະ ຮ້ານກາເຟ ຢູ່ເຂດທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະ ນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະ ການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ. 4. ສືບຕໍ່ອະນຸຍາດໃຫ້ເປີດໂຮງຈັກໂຮງງານ ເພື່ອດຳເນີນກິດຈະການໄດ້ ໂດຍພະນັກງານ, ກໍາມະກອນ ຕ້ອງໄດ້ຮັບວັກຊິນຄົບໂດສກ່ອນ ແລະ ບໍ່ໄດ້ພັກພາອາໄສຢູ່ພື້ນທີ່ທີ່ມີການຕິດເຊື້ອ (ເຂດແດງ). ສຳລັບໂຮງງານໃດທີ່ມີເງື່ອນໄຂ ກໍໃຫ້ຈັດທີ່ພັກອາໄສກັບທີ່ໃຫ້ແຮງງານຂອງຕົນ ເພື່ອຫລຸດຜ່ອນຄວາມສ່ຽງໃນການຕິດເຊື້ອ. 5. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫລື ເຈວລ້າງມື, ໄດ້ຮັບວັກຊິນຄົບໂດສ ໂດຍບໍ່ກວດຫາເຊື້ອພະຍາດ COVID-19. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງຂໍອະນຸຍາດຄະນະສະເພາະກິດແຂວງດັ່ງກ່າວ ລ່ວງໜ້າ. 6. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດ ກາ ການຈັດຕັ້ງປະຕິບັດຢ່າງໃກ້ຊິດ ແລະ ເຂັ້ມງວດ. 7. ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ. 8. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫລື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ. - ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ຮັບວັກຊິນຄົບໂດສ ຍົກເວັ້ນເດັກອາຍຸຕໍ່າກວ່າ 18 ປີ ໂດຍບໍ່ຕ້ອງຂໍອະນຸຍາດແຂວງຕົ້ນທາງ ແລະ ປາຍ ທາງ, ບໍ່ໃຫ້ມີການຈຳກັດບໍລິເວນ, ບໍ່ກວດຫາເຊື້ອພະຍາດ COVID-19 ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ວັດແທກອຸນຫະພູມ, ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫລື ເຈວລ້າງມື. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງພາຍໃນແຂວງຕົນ ກັບ ແຂວງອື່ນ ໂດຍສອດຄ່ອງກັບມາດຕະການ ທີ່ລັດຖະບານວາງອອກ. 9. ສືບຕໍ່ອະນຸຍາດໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນຄ້າ ສາມາດສົ່ງສິນຄ້າເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫລວງວຽງຈັນ ຫາ ແຂວງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈໍາກັດບໍລິເວນ ຢູ່ແຂວງປາຍທາງ, ແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ. ໃຫ້ສືບຕໍ່ດຳເນີນການຂົນສົ່ງສິນຄ້າລະຫວ່າງປະເທດ ໂດຍປະຕິບັດຕາມມາດຕະການທີ່ລະບຸໄວ້ ໃນແຈ້ງການຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ ລົງວັນທີ 23 ເມສາ 2021 ຢ່າງເຂັ້ມງວດ ແລະ ເປັນເອກະພາບ, ພ້ອມດຽວກັນນັ້ນ ສຳລັບຄົນຂັບລົດສິນຄ້າລະຫວ່າງປະເທດ ທີ່ຈໍາເປັນຕ້ອງຂັບລົດເຂົ້າມາດິນແດນ ສປປ ລາວ ຕ້ອງໄດ້ຮັບວັກຊິນຄົບໂດສ. 10. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີ ວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ສະຖານການສຶກສາ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫລວງ ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນ ດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ. 11. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຢູ່ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ຍົກເວັ້ນປະເພດກິລາ ທີ່ມີຮ່າງກາຍສຳພັດ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫລົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. 12. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ແຂວງ, ນະຄອນຫລວງວຽງຈັນ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊິນຢ່າງຄົບຖ້ວນ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ເປິດບໍລິການບໍ່ເກີນເວລາ 20:00 ໂມງ ຢ່າງເດັດຂາດ. ສຳລັບມາດຕະການຕໍ່ຜູ້ລະເມີດ ແມ່ນບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດມາດຕະ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ COVID-19 ທີ່ລັດ ຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫລວງວຽງຈັນ ແລະ ບັນດາແຂວງວາງອອກ ແມ່ນດຳເນີນຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງຕາມແຕ່ກໍລະນີໜັກ ຫລື ເບົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ