ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຫາຍ ແສງເພັດ ຮຸ່ງບຸນຍວງ ​ເຂົ້າ​ວາງ​ພວງ​ມະລາ ​ແລະ ​ເຊັນ​ປື້​ມໄຫວ້​ອາ​ໄລ ສະຫາຍ ພົນ​ເອກ ຟຸ່ງ ກວາງ ​ແທງ
ເວລາອອກຂ່າວ: 2021-09-15 11:59:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 613 | ຄວາມນິຍົມ:



ວັນ​ທີ 15ກັນຍາ2021 ນີ້ ສະຫາຍ​ ແສງ​ເພັດ ຮຸ່ງ​ບຸນ​ຍວງ, ເອກອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ​ໄດ້ຕາງໜ້າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ກະຊວງປ້ອງກັນປະເທດລາວ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ​ເຂົ້າ​ໄຫວ້​ອາ​ໄລ ​ແລະ ​ເຊັນ​ປື້​ມ​ ​ເພື່ອອາ​ໄລ​ຮັກ​ເຖິງ​ດວງ​ວິນຍານ​ຂອງ ສະຫາຍ ພົນ​ເອກ ຟຸ່ງ ກວາງ ​ແທງ, ອະດີດກຳມະການ​ສູນ​ກາງ​ພັກກອມມູນິດຫວຽດນາມ ສະ​ໄໝ​ທີ IX, X, XI; ອະດີດກຳມະການກົມການ​​ເມືອງສູນ​ກາງ​ພັກກອມມູນິດຫວຽດນາມ ສະ​ໄໝ​ທີ X, XI, ອະ​ດີດສະມາຊິກສະພາ​ແຫ່ງ​ຊາດ ສະ​ໄໝ​ທີ XI, XII, XIII, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະ​ດີດລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ແຕ່​ປີ 2006-2016. ພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ສະ​ແດງ​ຄວາມ​ໂສກ​ເສົ້າ​ເສຍດາຍ ​ແລະ ອາ​ໄລ​ອາວ​ອນຢ່າງ​ສຸດ​ຊື້​ງຕໍ່​ ການຈາກໄປຂອງ ສະຫາຍ ພົນ​ເອກ ຟຸ່ງ ກວາງ ​ແທງ ຊຶ່ງ​ການ​ຈາກ​ໄປ​ຂອງ​ສະຫາຍບໍ່ພຽງແຕ່​ເປັນການສູນເສຍອະດີດຜູ້ນໍາທາງການ ເມືອງ ຜູ້ມີຄວາມປີຊາສາມາດ, ຜູ້ປ່ຽມລົ້ນໄປດ້ວຍປະສົບການ ຂອງ​ພັກ, ລັດຖະບານ, ກອງທັບ ​ແລະ​ ປະຊາຊົນ​ຫວຽດນາມ ​ເທົ່າ​ນັ້ນ​, ແຕ່​ຍັງ​ເປັນ​ການ​ສູນເສຍເພື່ອນມິດຜູ້ໃກ້ຊິດສະໜິດສະໜົມຂອງພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວບັນດາ​ເຜົ່າ​ຂອງ ພວກ​ຂ້າພະ​ເຈົ້າ​ອີກ​ດ້ວຍ, ສະຫາຍ ພົນ​ເອກ ຟຸ່ງ ກວາງ ​ແທງ ​ໄດ້​ມີ​ບົດບາດສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ ສອງ​ກອງທັບ​ລາວ-​ຫວຽດນາມ. ນະໂອກາດແຫ່ງຄວາມໂສກເສົ້າເສຍດາຍນີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍຄືໃນນາມຕາງໜ້າ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ​ປະຕິວັດ​ລາວ, ກະຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ສປປ ​ລາວ ແລະ ໃນນາມສ່ວນຕົວ, ພວກຂ້າພະເຈົ້າ ຂໍແບ່ງເບົາຄວາມທຸກໂສກ, ຄວາມອາໄລອາວອນຢ່າງສຸດຊື້ງຮ່ວມກັບຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ​ຫວຽດນາມ, ກອງທັບ​ ແລະ ປະຊາຊົນຫວຽດນາມ ຕະຫຼອດຮອດ ຄອບຄົວ, ຍາດຕິພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ພົນ​ເອກ ຟຸ່ງ ກວາງ ​ແທງ ທຸກທົ່ວໜ້າ. ຂ່າວ,​ພາບ: ​ໂອລຳ ຈັນທະ​ວິ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ