ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 2 ມອບສັງກະສີໃຫ້ກອງພັນ 22 ຈຳນວນ100 ແຜ່ນ
ເວລາອອກຂ່າວ: 2021-09-14 13:56:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1800 | ຄວາມນິຍົມ:



ວັນທີ 8 ກັນຍາ 2021 ນີ້, ກອງພົນທີ 2 ໄດ້ນຳເອົາສັງກະສີ ຈຳນວນ 100 ແຜ່ນ ແລະ ເງິນສົດຈຳນວນ 3.000.000 ກີບ ໄປມອບໃຫ້ກອງພັນ 22 ທີ່ຂຶ້ນກັບກອງພັນໃຫຍ່ 202 ໃນກອງພົນທີ 2 ໂດຍຕາງໜ້າກ່າວມອບ ຂອງສະຫາຍ ພັນເອກ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2 ພ້ອມດ້ວຍຄະນະ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນໂທ ທອງມາ ແກ້ວນໍລະສຸກ ຫົວໜ້າການເມືອງກອງພັນ 22 ພ້ອມດ້ວຍຄະນະ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ສະຫາຍ ຫົວໜ້າການເມືອງ ກອງພັນ 22 ໄດ້ກ່າວຄຳຂອບອົກຂອບໃຈ ນໍາການຈັດຕັ້ງຂັ້ນເທິງ ກໍຄື ກອງພົນທີ 2 ທີ່ໄດ້ນຳເອົາວັດຖຸ-ປັດໄຈ ມາມອບໃຫ້ກອງພັນ 22 ແລະ ໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາວັດຖຸດັ່ງກ່າວໄປນຳໃຊ້ເຂົ້າໃນການພັດທະນາກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ເກີດຜົນປະໂຫຍດສູງສຸດ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ