ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 19 ຕຸລາ 2021



ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 194 ຄົນ, ນຳເຂົ້າ 108 ຄົນ ແລະ ຊຸມຊົນ 86 ຄົນ
ເວລາອອກຂ່າວ: 2021-09-10 11:05:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 108 | ຄວາມນິຍົມ:



ວັນທີ 10 ກັນຍາ ປີ 2021 ນີ້, ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 9 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 4.371 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 194 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 86 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 108 ຄົນ ຈາກ ສະຫວັນນະເຂດ 72 ຄົນ, ຈໍາປາສັກ 15 ຄົນ, ຄໍາມ່ວນ 12 ຄົນ, ບໍລິຄໍາໄຊ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ, ແລະ ສາລະວັນ 1 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ. ຜູ້ຕິດເຊື້ອໃນຊຸມຊົນ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້: ຈຳປາສັກ 45 ຄົນ: - ບ້ານຫຼັກ 40 ມີ 18 ຄົນ, ຄົນບ້ານມ່ວງ 1 ຄົນ ແລະ ຄົນບ້ານສະໂນດ 1 ຄົນ - ບ້ານ ນໍ້າໃສ ເທີງ 16 ຄົນ - ບ້ານໜອງປັກແຮດ 9 ຄົນ ຄໍາມ່ວນ 26 ຄົນ: - ບ້ານ ດອນຊ້າງ 3 ກໍລະນີ - ບ້ານ ເມືອງສຸມ 1 ກໍລະນີ - ບ້ານ ມ່ວງສຸ່ມ 1 ກໍລະນີ - ບ້ານ ຈອມແຈ້ງ 1 ກໍລະນີ - ບ້ານ ຈອມເພັດ 4 ກໍລະນີ - ບ້ານ ຈອມແກ້ວ 1 ກໍລະນີ - ບ້ານ ສັນຕິສຸກ 1 ກໍລະນີ - ບ້ານ ຈອມທອງ 2 ກໍລະນີ - ບ້ານ ສົມສະໜຸກ 1 ກໍລະນີ - ບ້ານ ໂພນສະອາດ 6 ກໍລະນີ - ບ້ານ ສຸກສະຫວັນ 1 ກໍລະນີ - ບ້ານ ຖ້ຳ 1 ກໍລະນີ - ບ້ານ ລຳມະລາດ 1 ກໍລະນີ - ບ້ານ ວຽງວິໄລ 2 ກໍລະນີ ບໍ່ແກ້ວ 6 ຄົນ, ໃນນັ້ນ ມາຈາກເຂດສາມຫຼ່ຽມຄຳ 5 ຄົນ ສະຫວັນນະເຂດ 4 ຄົນ: ເພດຊາຍ, ອາຍຸ 28 ປີ, ອາຊີບ: ພະນັກງານແພດເຮັດວຽກຢູ່ເມືອງຈຳພອນ ທີ່ໄດ້ມາປະຈຳການຢູ່ໂຮງໝໍພາກສະໜາມ ເພດຍິງ, ອາຍຸ 48 ປີ, ອາຊີບ: ແມ່ເຮືອນ, ບ້ານ ໄຊຍະມຸງຄຸນ, ເມືອງນະຄອນໄກສອນ (ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ) ເພດຊາຍ, ອາຍຸ 53 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານຊອກ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ) ເພດຊາຍ, ອາຍຸ 49 ປີ, ອາຊີບ: ພະນັກງານຕຳຫຼວດ, ບ້ານອຸດົມວິໄລ, ເມືອງນະຄອນໄກສອນ (ກຸ່ມສ່ຽງສະຖານທີ່ຂຸມຄັງ) ນະຄອນຫຼວງວຽງຈັນ 1 ຄົນ ຈາກ ບ້ານດອນຫນູນ ເມືອງໄຊທານີ ສາລະວັນ 1 ຄົນ, ເພດຍີງ, ອາຍຸ 24 ປີ, ອາຊີບຄ້າຍຂາຍ, ບ້ານຫລັກສອງ ເມືອງສາລະວັນ ຜູ້ກ່ຽວຫາກໍ່ເກີດລູກໃຫມ່ ໄດ້ 6-7 ມື້ ແລະ ຍັງຢູ່ກໍາ. ຜ່ານມາ ໄດ້ສໍາຜັດໃກ້ຊິດ ກັບພໍ່ປູ່ທີ່ຕິດເຊື້ອ ທີ່ໄດ້ຖະແຫຼງຂ່າວກ່ອນໜ້ານີ້. ແຂວງວຽງຈັນ 1 ຄົນ ຈາກບ້ານໂພນແພງ, ເມືອງທຸລະຄົມ ສຳຜັດໃກ້ຊິດກັບຜູ້ເປັນແມ່ ທີ່ຕິດເຊື້ອກ່ອນໜ້ານີ້. ຫຼວງນ້ຳທາ 1 ຄົນ ຈາກບ້ານ ພູຕີນ ເມືອງ ນາແລ, ຜູ້ກ່ຽວເດີນທາງມາແຕ່ ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ໄຊສົມບູນ 1 ຄົນ ຈາກບ້ານພູຄຳ ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16.936 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.093 ຄົນ. ສຳລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ແມ່ນບໍ່ມີ. ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ. ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້. ການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດ ວັນທີ 9 ກັນຍາ 2021 ມີຜູ້ເດີນທາງເຂົ້າຕາມດ່ານຕ່າງໆໃນ ສປປ ລາວ ຈໍານວນ ທັງໝົດ 2.343 ຄົນ. ປັດຈຸບັນ ທົ່ວປະເທດມີສູນຈຳກັດບໍລິເວນທີ່ຍັງເປີດຢູ່ 93 ສູນ ແລະ 54 ໂຮງແຮມ, ມີຜູ້ຈຳກັດບໍລິເວນ 7.634 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ