ພິທີມອບ-ຮັບ ວຽກງານກໍ່ສ້າງຮາກຖານການເມືອງ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ 3 ຈຸດສຸມ ແຂວງໄຊສົມບູນ
ເວລາອອກຂ່າວ: 2021-09-10 10:41:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 11 | ຄວາມນິຍົມ: ![]()
ໃນວັນທີ 9 ກັນຍາ 2021ນີ້, ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາ 3 ຈຸດສຸມແຂວງໄຊສົມບູນ ແລະ ອົງການປົກຄອງແຂວງໄຊສົມບູນ ໄດ້ຈັດພິທີ ມອບ-ຮັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ 3 ຈຸດສຸມ ແຂວງໄຊສົມບູນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ຮອງຫົວໜ້າຄະນະຊີ້ນຳ 3 ຈຸດສຸມແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ຢູ່ 3 ຈຸດສຸມ ແຂວງໄຊສົມບູນ ໃນໄລຍະ 5 ປີ ຜ່ານມາໄດ້ເອົາໃຈໃສ່ນຳເອົາແນວທາງແຜນນະໂຍບາຍ, ມະຕິ-ຄຳສັ່ງຂອງພັກ, ກົດໝາຍຂອງລັັດ ລົງເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າໃຈ ແລະ ມີຄວາມຕື່ນຕົວ ປະກອບສ່ວນເຂົ້າໃນການປົກປັກຮັກສາ-ສ້າງສາພັດທະນາປະເທດຊາດ. ລະບົບການຈັດຕັ້ງພັກ, ອຳນາດການປົກຄອງບ້ານ ແລະ ອົງ ການຈັັດຕັ້ງມະຫາຊົນໄດ້ຮັບການປັບປຸງບູລະນະມີຄວາມເຂັ້ມແຂງ, ໜັກແໜ້ນ. ສຳລັບດ້ານວຽກງານພັດທະນາພື້ນຖານໂຄງລາ່ງ ແມ່ນອີງຕາມມະຕິຕົກລົງ ຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຄະນະຊີ້ນຳ 3 ຈຸດສຸມ ໄດ້ສົມທົບການນຳແຂວງໄຊສົມບູນ ລົງເກັບກຳຂໍ້ມູນ ແລະ ຄວາມຕ້ອງການໃນການພັດທະນາ ແລະ ໄດ້ຈັດຕັ້ງປະຕິບັດບັນດາໂຄງການຕາມການອະນຸມັດຂອງລັດຖະບານນັບແຕ່ປີ 2015 ເຖີງປີ 2020 ມີດັ່ງນີ້: ໂຄງການກໍ່ສ້າງຫ້ອງການຄະນະຊີ້ນຳ 3 ຈຸດສຸມ ສອງຊັ້ນ 1 ຫຼັງ ສຳເລັດ 100%, ໂຄງການກໍ່ສ້າງຫ້ອງການພະນັກງານຮາກຖານ (ຫ້ອງການບ້ານ)ຄື: ບ້ານອ່າວໃຕ້, ອ່າວກາງ, ຖໍ້າໂລ້ກໍ່ໄຮ ແລະ ບ້ານໜອງພູນໄຊ ສຳເລັດ 100%, ໂຄງການກໍ່ສ້າງສຳນັກກຸ່ມບ້ານສູ້ຮົບຕິດລຽນຄື: ປ້ອມພູສັງກາດ, ກີວລົມ, ນ້ໍາແດງ, ຜາຫີນ, ສັນຫຼວງ, ນ້ໍາກາບ ແລະ ພູໜອງຄໍ້ ສໍາເລັດ 100%, ໂຄງການກໍ່ສ້າງໂຮງຮຽນປະຖົມ ແລະ ມໍຕົ້ນບ້ານອ່າວໃຕ້ສອງຊັ້ນ 1 ຫຼັງ, ຫໍພັກຄູ 1 ຫຼັງ ສຳເລັດ 100%, ໂຄງການສ້ອມແປງຫ້ອງການກໍ່ສ້າງເດີ່ນບີນຂື້ນຊື່ເມືອງອານຸວົງສໍາເລັດ 100% ແລະ ທາງສຳເລັດ 63%, ໂຄງການກໍ່ສ້າງເດີ່ນບີນຂື້ນສຸກເສີນຈຸດສຸມໜອງພູນໄຊ ສຳເລັດ 100%, ໂຄງການກໍ່ສ້າງສູນສາທິດກະສີກຳ ບ້ານອ້ອມມີ: ກໍ່ສ້າງລະບົບຕາຂ່າຍໄຟຟ້າສຳເລັດ 100%, ວຽກກໍ່ສ້າງທາງ ສຳເລັດ 100%, ວຽກຮົ້ວອ້ອມ ສໍາເລັດ 40%, ວຽກບຸກເບີກ ແລະ ສັບຊ່າວເນື້ອທີ່ ສູນສາທິດກະສິກຳບ້ານອອມ ສຳເລັດ 59%, ໂຄງການກໍ່ສ້າງລະບົບຕາຂ່າຍໄຟຟ້າ ແລະ ນໍ້າລິນ ແຕ່ລະຈຸດ ສຳເລັດ 100%, ໂຄງການກໍ່ສ້າງ ທາງປູຢາງແຕ່ເທສະບານແຂວງ ຫາ ກອງພັນໃຫຍ່ 101 (ໃໝ່) ສໍາເລັດ 100%, ໂຄງການກໍ່ສ້າງທາງບ້ານຖໍ້າໂລ້ ຫາ ໂຮງຮຽນທະຫານທ້ອງຖິ່ນ ສໍາເລັດ 100%, ໂຄງການກໍ່ສ້າງ ທາງບ້ານອ້ອມ-ບ້ານກໍ່ໄຮ ສຳເລັດ 100%, ໂຄງການກໍ່ສ້າງ ທາງບ້ານໜອງພູນໄຊ ຫາ 3 ແຍກຂົວນໍ້າສະແນນ ສຳເລັດ 100%, ໂຄງການກໍ່ສ້າງຝາຍກັນນໍ້າ ແລະເສັ້ນທາງເຂົ້າໂຮງຮຽນປະຖົມ ຫາ ມໍຕົ້ນບ້ານອ່າວໃຕ້ ສຳເລັດ 100%, ໂຄງການກໍ່ສ້າງ ທາງແຕ່ບ້ານອ່າວເໜືອ ຫາ ຮົມທາດ (ແຕເບເລ) ສໍາເລັດ 100%, ໂຄງການສ້ອມແປງທາງຂື້ນປ້ອມກິດຈະການປ້ອງກັນຊາດພູໜອງຄໍ້ 100%, ກໍ່ສ້າງຫ້ອງຮຽນປະຖົມບ້ານຖ້ໍາໂລ້ 03 ຫ້ອງ 01 ຫຼັງ ທືນລະດົມຂອງຄະນະຊີ້ນຳ 3 ຈຸດສຸມ, ໂຄງການສ້ອມແປງເສັ້ນທາງ ແລະ ບຸກເບີກ, ປັບພື້ນທີ່ເດີ່ນສຸກສາລາບ້ານອອມ ສຳເລັດ 66%. ໂຄງການສ້ອມແປງເສັ້ນທາງແຕ່ໂຮງຮຽນປະຖົມບ້ານອ້ອມ ຫາ ກອງພັນ 597 ສໍາເລັດ 55%, ໂຄງການສ້ອມແປງເສັ້ນທາງແຕ່ສໍານັກພະນັກງານຮາກຖານບ້ານກໍ່ໄຮ ຫາຊຽງຄົງສຳເລັດ 25%, ໂຄງການສ້ອມແປງທາງຂື້ນປ້ອມມີໄຊສໍາເລັດ 30%, ໂຄງການສ້ອມແປງທາງຍອດນໍ້າເມີຍ ກອງຮ້ອຍ 19 ຫາ ປ່າໄຜ່ຊາຍແດນແຂວງຊຽຂວາງສໍາເລັດ 26%, ໂຄງການສ້ອມແປງທາງສໍານັກພະນັກງານຮາກຖານບ້ານສັນພູໄຊ ສຳເລັດ 28% ແລະ ໂຄງການແຕ່ບ້ານຮົ່ມໄຊເກົ່າ ຫາ 3 ແຍກທາງປຸງທາ ຫາ ເພຍລີ່ ສຳເລັດ 31%. ໃນໄລຍະຜ່ານມາ ທາງສູນກາງ ແລະ ອຳນາດການປົກຄອງທ້ອງຖີ່ນ ແຕ່ລະຂັ້ນໄດ້ສຸມໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບ ແລະ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢ່າງຕັ້ງໜ້າ ໂດຍໄດ້ຫັນເອົາກຳລັງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍ, ເຮັດໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນມີຄວາມຕື່ນຕົວໃນການປົກປັກຮັກສາ-ພັດທະນາບ້ານຊ່ອງ, ລະບົບການຈັດຕັ້ງຢູ່ຮາກຖານບ້ານ ໄດ້ຮັບການປັບປຸງບູລະນະ ໃຫ້ເຂັ້ມແຂງ, ໜັກແໜ້ນ, ສະພາບມີຄວາມສະຫງົບ, ປະຊາຊົນບັນດາເຜົ່າໄດ້ຕັ້ງໜ້າພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນກໍ່ຄືຄອບຄົວຂອງຕົນໄດ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບປຸງດີຂື້ນ, ບັນດາພື້ນຖານໂຄງລ່າງໄດ້ຮັບການກໍ່ສ້າງ ແລະ ສ້ອມແປງ, ສ້າງເງື່ອນໄຂໃນການສ້າງບ້ານພັດທະນາ ແລະ ກ້າວເປັນຕົວເມືອງນ້ອຍໃນຊົນນະບົດທີ່ມີການພັດນາເທື່ອກ້າວ.
ໃນພິທີໄດ້ມີການເຊັນບົດບັນທືກ ມອບ-ຮັບ ວຽກງານການກໍ່ສ້າງຮາກຖານການເມືອງ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ 3 ຈຸດສຸມ ຂອງຄະນະຊີ້ນຳກະຊວງປ້ອງກັນປະເທດ ມອບໃຫ້ ອົງການປົກຄອງແຂວງໄຊສົມບູນ ນຳໃຊ້ ແລະ ປົກປັກຮັກສາ ອີກດ້ວຍ.
ຂ່າວ: ຮທ ດວງດາວັນ ໄຊຍະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















