ທະຫານແຂວງຜົ້ງສາລີເປີດຮຽນເອກະສານໃຫ້ມະຫາຊົນຜູ້ກ້າວໜ້າ
ເວລາອອກຂ່າວ: 2021-09-09 11:10:06 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 640 | ຄວາມນິຍົມ: ![]()
ໃນວັນທີ 7 ກັນຍາ 2021 ນີ້, ພະແນກໂຄສະນາ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີເປີດຮຽນເອກະສານກົດລະບຽບຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ ມະຫາຊົນຜູ້ກ້າວໜ້າເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ພັນໂທ ຄຳພອນ ຈັນຍະທຳ ຮອງເລຂາໜ່ວຍພັກ ຫົວໜ້າພະແນກໂຄສະນາຫ້ອງການເມືອງທະຫານແຂວງຜົ້ງສາລີ.
ສະຫາຍ ພັນຕີ ສົມເພັດ ພັນໃຈ ຮອງຫົວໜ້າພະແນກໂຄສະນາ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເປີດຮຽນເອກະສານໃຫ້ແກ່ມະຫາຊົນຜູ້ທີ່ມີຜົນງານດີເດັ່ນເພື່ອຂະຫຍາຍເຂົ້າພັກ ຈໍານວນ 22 ສະຫາຍ, ຈາກນັ້ນສະຫາຍປະທານໄດ້ນໍາສະເໜີ ແລະ ບັນຍາຍເນື້ອໃນເອກະສານປະກອບມີ 11 ເນື້ອໃນ ແລະ 11 ຄໍາຕອບ ທີ່ຄະນະໂຄສະນາ-ອົບຮົມສູນກາງພັກໄດ້ກໍານົດໄວ້ ມາຈັດຕັ້ງເຊື່ອມຊຶມ ແລະ ສຶກສາຮຽນຮູ້ ເຖິງຄວາມເປັນມາຂອງພັກປະຊາຊົນປະຕິວັດລາວ, ບັນດາເນື້ອໃນພື້ນຖານກ່ຽວກັບມາດຖານຂອງສະມາຊິກພັກ ແລະ ເງື່ອນໄຂຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຫຼັກການກໍ່ສ້າງພັກໄປຕາມ 5 ຫຼັກການ 3 ທິດນໍາ, ລວມທັງໃຫ້ຮັບຮູ້ເຖິງທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກ, ທັງນີ້ກໍເພື່ອໃຫ້ມະຫາ ຊົນຜູ້ກ້າວໜ້າຂະຫຍາຍເຂົ້າພັກໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບເນື້ອໃນເອກະສານດັ່ງກ່າວ ເພື່ອເປັນບ່ອນອີງ ນໍາໄປເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ການເມືອງຂອງຕົນກໍຄືກົມກອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ.
ຂ່າວ, ພາບ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















