ວິທະຍາຄານກົມມະດຳ ມອບເງິນນະໂຍບາຍໃຫ້ນາຍທະຫານທີ່ພັກການຮັບບຳນານ
ເວລາອອກຂ່າວ: 2021-09-09 11:07:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ: ![]()
ໃນວັນທີ 6 ກັນຍາ 2021 ນີ້, ວິທະ¬¬ຍາຄານກົມມະດໍາ ໄດ້ຈັດຕັ້ງພິທີມອບເງິນນະໂຍບາຍອຸດໜູນບຳນານ ໃຫ້ນາຍທະຫານ ໂດຍການເປັນປະທານຂອງສະຫາຍ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງ ວິທະຍາຄານກົມມະດຳ, ມີຄະນະພັກ-ຄະນະອໍານວຍການ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ຈັນພອນ ພົມຄຳດີ ຫົວໜ້າພະແນກນະໂຍບາຍ ວິທະຍາຄານກົມມະດຳ ໄດ້ຂື້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງອອກພັກການ ຮັບອຸດໜູນບຳນານ ອີງຕາມກົດໝາຍວ່າດ້ວຍລັດຖະບານ ສະບັບເລກທີ 04/ສພຊ ລົງວັນທີ 08 ພະຈິກ 2016 ມາດຕາ 6 ແລະ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ມາດຕາ 33, ດັ່ງນັ້ນ ນາຍົກ ລັດຖະມົນຕີ ອອກດຳລັດອະນຸມັດ ໃຫ້ ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດຳ ກະຊວງປ້ອງກັນປະເທດ ພັກການ-ຮັບອຸດໜູນບຳນານ ປີ 2021 ເປັນເງິນ 65.700.000 ກີບ.
ໂອກາດນີ້, ສະຫາຍປະທ່ານ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ນາຍທະຫານຂັ້ນສູງ ຮັບອຸດໜູນບຳນານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະກໍ່ຄືພັດທະນາວິທະຍາຄານກົມມະດຳ ແລະະ ກໍ່ສ້າງ-ບໍາລຸງນາຍທະຫານ ບັນຊາ-ນຳພາ ຢູ່ວິທະຍາຄານແຫ່ງນີ້ ຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມ ລູກຫຼານ ແລະ ປະກອບສ່ວນຢູ່ບ້ານເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເຄື່ອນໄຫວໜ້າທີ່ການເມືອງຂອງພັກ-ລັດ ມອບໝາຍໃຫ້ຢ່າງມີຄຸນນະພາບສູງ.
ພາບ-ຂາວ: ນາງ ດວງມະລາ ວັນທານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















