ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ລົງເຄື່ອນໄຫວ ສັກວັກຊີນຕ້ານພະຍາດໂຄວິດ-19 ຢູ່ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2021-09-09 11:01:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 363 | ຄວາມນິຍົມ:



ວັນທີ 7 ກັນຍາ ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ເຄື່ອນໄຫວສັກວັກຊີນຕ້ານພະຍາດໂຄວິດ-19 ຢູ່ວິທະຍາຄານກົມມະດຳ ໂດຍການນຳພາຂອງສະຫາຍ ພັນໂທ ນາງ ສົມພັນ ພິພັກຂະວົງ ຮອງພະແນກແມ່ ແລະເດັກ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີສະຫາຍ ພັນໂທ ນາງ ຄຳເຜີຍ ຖາວອນ ຫົວໜ້າພະແນກເສນາຮັກ ວິທະຍາຄານກົມມະດຳ ເຂົ້າຮ່ວມ. ການສັກວັກຊີນໃນຄັ້ງນີ້ ແມ່ນເປັນເທື່ອທີ 3 ໂດຍແມ່ນວັກຊີນແອັດສຕຮາເຊນີກາ ຈໍານວນ 300 ໂດສ ແນໃສ່ໃຫ້ພະນັກງານ, ນັກສຶກສາທົ່ວວິທະຍາຄານໄດ້ຮັບວັກຊີນຄົບໂດສ. ເຊີ່ງກ່ອນສັກວັກຊີນທາງທີມງານກໍໄດ້ໂຄສະນາເຜີຍແຜ່ຜົນດີຂອງການສັກຢາວັກຊີນ ແລະ ຜົນຮ້າຍຂອງພະຍາດໂຄວິດ-19 ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ພາຍໃນວິທະຍາຄານກົມມະດຳ ຍົກສູງສະຕິລະວັງຕົວ ເຫັນໄດ້ໄພອັນຕະລາຍຂອງພະຍາດໂຄວິດ-19 ທີ່ມີການກາຍພັນນັບມື້ມີຄວາມຮຸ່ນແຮງຂື້ນກວ່າເກົ່າ ພ້ອມທັງຮັບຮູ້ວິທີປ້ອງກັນການລະບາດພະຍາດນີ້ດ້ວຍຕົນເອງ. ຂ່າວ-ພາບ: ຂັນທະລີ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ