
![]()
ຄະນະພັກຮາກຖານຫ້ອງການເມືອງ ກອງພົນທີ 1 ຕີລາຄາການນໍາພາ ປະຈຳ 6 ເດືອນຕົ້ນປີ
ເວລາອອກຂ່າວ: 2021-09-09 10:56:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ: ![]()
ວັນທີ 3 ກັນຍາ ນີ້, ຄະນະພັກຮາກຖານຫ້ອງການເມືອງ ກອງພົນທີ 1 ໄດ້ສະຫລຸບຕີລາຄາວຽກງານການນຳພາ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021. ໂດຍການເປັນເປັນປະທານຂອງສະຫາຍ ພັກເອກ ສອນໄຊ ຈັນຍາລາດ ຄະນະປະຈຳພັກກອງພົນ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາສະມາຊິກພັກ ພາຍໃນຫ້ອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນໂທ ມໍລະສິດ ສາຍທອງມາ ຮອງຫົວໜ້າຫ້ອງການເມືອງ ກໍໄດ້ ສະຫຼຸບຕີລາຄາຄືນໝາກຜົນໃນການເຄື່ອນໄຫວນໍພາຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕະຫຼອດໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໄລຍະຜ່ານມາ ຄະນະພັກໄດ້ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກ - ນັກຮົບ ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກົມກອງ, ໄດ້ເອົາໃຈໃສ່ຊີ້ນໍາພະນັກງານ ລົງກໍ່ສ້າງຮາກຖານ ໃກ້ສິດຕິດແທດກັບອໍານາດການປົກຄອງທ້ອງຖິ່ນ ຕາມທິດນໍາຂອງພັກ ແລະ ຕາມມູນເຊື້ອຂອງກອງທັບ ຢູ່ເຂດກົມກອງຮັບຜິດຊອບ. ຜ່ານການເຄື່ອນໄຫວຕົວຈິງເຫັນວ່າພື້ນຖານດັ່ງກ່າວມີຄວາມສະຫງົບ ແລະ ປະສານພົວພັນແໜ້ນກັບກົມກອງຕະຫຼອດມາ. ເອົາໃຈໃສ່ປັບປຸງກໍ່ສ້າງພັກທັງ 4 ດ້ານ ຕາມ 5 ຫຼັກການ 3 ທິດນໍາຂອງພັກ ເພື່ອສ້າງພັກໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.
ປັດຈຸບັນມີ 1 ຄະນະພັກຮາກຖານ, 5 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 102 ສະຫາຍ; ຍິງ 17 ສະຫາຍ; ສະມາຊິກພັກສໍາຮອງ 2 ສະຫາຍ, ເລື່ອນສຳຮອງຂື້ນສົມບູນ 2 ສະຫາຍ, ມີສະມາຊິກພັກແຂງ 76 ສະຫາຍ, ກາງ 4 ສະຫາຍ, ບໍ່ໄດ້ຈັດແບ່ງເພດ 22 ສະຫາຍ ສະເໜີເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ໜ່ວຍພັກ.
ໂອກາດນີ້, ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆທີ່ຍາດມາໄດ້ໃນໄລຍະ 6 ເດືອນຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ ຖືເອົາວຽກງານການເມືອງ - ນໍາພາແນວຄິດເປັນວຽກງານແຖວໜ້າ ເພື່ອສຶກສາອົບຮົມໃຫ້ພະນັກງານ ສະມາຊິກພັກ - ນັກຮົບ ເຊື່ອມຊືມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມີຄວາມເຊື່ອໝັ້ນ ແລະ ຕາຍໃຈຕໍ່ເສັ້ນທາງກ້າວເດີນຂອງປະເທດຊາດ ພາຍໃຕ້ການນໍາພັກຂອງພັກ, ມີຄວາມຈົງຮັກພັກດີຕໍ່ພັກ, ລັດ ແລະ ຮັບໃຊ້ປະຊາຊົນບັນດາເຜົ່າດ້ວຍຄວາມບໍລິສຸດ, ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອອັນດີງາມຂອງຊາດ-ຂອງພັກ, ຂອງກອງທັບ ກໍ່ຄືກົມກອງ ພ້ອມທັງຕັ້ງໜ້າ ເສີມຂະຫຍາຍມູນເຊື້ອດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ, ມີນໍ້າໃຈເສຍສະລະອັນສູງສົ່ງ, ມີສະຕິລະວັງຕົວຮູ້ຈໍາແນກມິດ - ສັດຕູຈະແຈ້ງ, ມີມານະຈິດອົດທົນຜ່ານຜ່າຄວາມຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ຕາມການມອບໝາຍຈາກຂັ້ນເທິງ, ລົງເລິກການກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ກອງທັບ ກັບ ປະຊາຊົນ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງໃນທຸກດ້ານ, ໂດຍຖືເອົາຄຸນນະພາບທາງດ້ານການເມືອງແນວຄິດເປັນກົກ; ເອົາຄວາມສາມາດທາງດ້ານວິຊາຊະເພາະ; ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສີ່ງສໍາຄັນ, ຍົກສູງສະຕິຕໍ່ການຈັດຕັ້ງ ເອົາໃຈໃສ່ປະຕິບັດລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ຍົກສູງນໍ້າໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້າແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍແນວທາງຕ່າງປະເທດຂອງພັກໃຫ້ຖືກຕ້ອງ ແລະ ເຂົ້າສູ່ລວງເລີກ, ເພື່ອພ້ອມກັນສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ກົມກອງມີຄວາມສະຫງົບ.
ພາບ ແລະ ຂໍ້ມູນ ໂດຍ: ຮທ ສັນຕິ ບູນວົງຄຳ.
ຂຽນໂດຍ: ຕິກ ມູນຄຳເຮືອງ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















