ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວັງນໍ້າໃຈຈາກສະພາການຄ້າຈີນ ນະຄອນປາກເຊ ແຂວງຈຳປາສັກ
ເວລາອອກຂ່າວ: 2021-09-09 10:44:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3181 | ຄວາມນິຍົມ:



ວັນທີ 3 ກັນຍາ 2021 ນີ້, ທ່ານ ອາຕົງ ເລຂາສະພາການຄ້າຈີນ ນະຄອນປາກເຊ ພ້ອມຄະນະ ໄດ້ນໍາເອົາຜ້າອັດປາກອະນາໄມ ຈຳນວນ 4 ແກັດ= 10.000 ອັນ ມາມອບໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານໂຮງຮຽນ ພ້ອມຄະນະເຂົ້າຮ່ວມ. ການມອບຜ້າອັດປາກຄັ້ງນີ້ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອເຂົ້າໃນການຕ້ານ, ສະກັດກັ້ນ ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ນຳເອົາໄປແຈກຢາຍໃຫ້ພະນັກງານ-ນັກຮົບ ໄດ້ນຳໃຊ້ໃຫ້ທົ່ວເຖິງ, ເຊິ່ງປັດຈຸບັນໂຮງຮຽນ ໄດ້ເອົາໃຈໃສ່ເປັນເຈົ້າການໃນການຕິດຕາມ ກວດກາ ຢ່າງໃກ້ຊິດ ແລະ ເຂັ້ມງວດ ເພື່ອຕ້ານ ສະກັດກັ້ນພະຍາດດັ່ງກ່າວ ບໍ່ໃຫ້ມີການແຜ່ລະບາດຢູ່ໃນກົມກອງ. ໂດຍ: ສົມພົງ ແກ້ວປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ