ກອງທັບປະຊາຊົນລາວ

ວັນເສົາ, ວັນທີ 11 ກັນຍາ 2021



ມອບ-ຮັບໜ້າທີ່ຫົວໜ້າການທະຫານ ກອງບັນຊາການ ທະຫານແຂວງຜົ້ງສາລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2021-09-03 20:01:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1534 | ຄວາມນິຍົມ:



ວັນທີ 1 ກັນຍາ 2021 ນີ້, ຢູ່ທີ່ສະໂມສອນກອງບັນຊາການ ທະຫານແຂວງຜົ້ງສາລີ ໄດ້ຈັດພິ ທີປະກາດມະຕິຕົກລົງແຕ່ງຕັ້ງ ຮອງເລຂາຄະນະພັກ, ຄະນະປະ ຈໍາ ພັກ ແລະ ມອບຮັບໜ້າທີ່ລະ ຫວ່າງຫົວໜ້າການທະຫານຜູ້ເກົ່າ ແລະ ຜູ້ໃໝ່, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ບົວ ທອງ ອຸແສງຄໍາ ຮອງເລຂາພັກ ແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີ ສະຫາຍ ພົນຈັດຕະ ວາ ທິດແກ້ວ ພົມປັນຍາ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງຜົ້ງສາລີ, ມີຄະນະ ພັກ-ຄະນະບັນຊາກອງບັນຊາ ການ, ແຂກຖືກເຊີນ, ພາກສ່ວນທີ່ ກ່ຽວຂ້ອງ ແລະ ພະນັກງານຫຼັກ ແຫຼ່ງອົງການ 5 ຫ້ອງ ແລະ ກົມ ກອງອ້ອມຂ້າງເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນພອນ ວິ ລະກຽດ ຮອງຫົວໜ້າຄະນະ ຈັດ ຕັ້ງແຂວງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງຜົ້ງ ສາລີ ວ່າດ້ວຍການບົງຕົວແຕ່ງ ຕັ້ງຮອງເລຂາຄະນະພັກກອງບັນ ຊາການທະຫານແຂວງ ໃນນີ້ ບົງຕົວແຕ່ງຕັ້ງ ສະຫາຍ ພັນ ເອກ ຊຽງເພັງ ບົວລະວົງ ຫົວໜ້າ ການທະຫານ ເປັນຮອງເລຂາຄະນະພັກກອງບັນຊາການທະຫານ ແຂວງຜົ້ງສາລີ ແລະ ມະຕິຕົກລົງ ວ່າດ້ວຍການບົງຕົວແຕ່ງຕັ້ງ ຄະ ນະປະຈໍາພັກກອງບັນຊາການທະ ຫານແຂວງ ໃນນີ້ບົງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄໍາພອນ ແສນ ສີວົງສາ ຫົວໜ້າຫ້ອງເສນາທິ ການເປັນຄະນະປະຈໍາພັກກອງ ບັນຊາການທະຫານແຂວງ, ຈາກ ນັ້ນ ສະຫາຍ ພັນເອກ ບຸນເຮືອງ ຈັນທະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຜົ້ງສາລີ ຜູ້ເກົ່າໄດ້ຂຶ້ນຜ່ານບົດສະ ຫຼຸບ ແລະ ມອບຮັບໜ້າທີ່ລະຫວ່າງ ສະ ຫາຍ ພັນເອກ ຊຽງເພັງ ບົວລະ ວົງ ຫົວໜ້າການທະຫານຜູ້ໃໝ່. ໃນໂອກາດດັ່ງກ່າວ, ສະຫາຍ ປະທານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບແຕ່ງຕັ້ງໜ້າ ທີ່ໃໝ່ພ້ອມທັງໄດ້ເນັ້ນໜັກຫຼາຍ ບັນຫາເປັນຕົ້ນແມ່ນ ຈົ່ງເພີ່ມທະ ວີການເຝິກຝົນຫຼໍ່ຫຼອມຕົນເອງ ໃນການນຳພາ-ຊີ້ນຳວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ກໍຄືວຽກງານວິຊາສະເພາະ ສາມາດຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການໜ້າ ທີ່ການເມືອງໃນໄລຍະໃໝ່ຂອງ ຊາດ. ໂດຍ: ທອງສຸກ ຈັນຖະໜອມ




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ