ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວປກ ສ່ອງແສງວຽກງານອົບຮົມປະຈຳເດືອນ ຕຸລາ 2018
ເວລາອອກຂ່າວ: 2018-11-13 22:32:39 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດຕັ້ງ ກອງປະຊຸມສ່ອງແສງວຽກງານ ອົບຮົມການຮຽນ-ການສອນ ປະຈຳເດືອນ ຕຸລາ ຂຶ້ນໃນວັນທີ 07 ພະຈິກ 2018 ນີ້. ໂດຍການ ເປັນປະທານຂອງ ພັນເອກ ປອ ແກ້ວສຸວັນ ອີນທະວົງສາ ຫົວ ໜ້າການທະຫານ ວປກ. ມີຄະ ນະພັກ-ຄະນະບັນຊາ, ຄະນະ ກົມ, ຫ້ອງການ, 17 ຄະນະວິ ຊາຄູ, 3 ຄະນະຮັບຜິດຊອບ ນັກສຶກສາ, ຕະຫຼອດຮອດພະນັກ ງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ພັນເອກ ປອ ຂວັນມີ່ງ ບິດາສັກ ຮອງຫົວ ໜ້າກົມອົບຮົມ-ກໍ່ສ້າງ ວປກ. ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳ ເດືອນ ໂດຍໄດ້ຍົກໃຫ້ເຫັນຜົນ ງານໃນການຂຶ້ນຫ້ອງສິດສອນ ຂອງຄູ-ອາຈານ ມີທັງໝົດ 1.336 ຊົ່ວໂມງ, ການປະຕິບັດ ໂມງຂຶ້ນຫ້ອງ-ລົງຫ້ອງແມ່ນ ປະຕິບັດໄດ້ຕາມແຜນການອົບ ຮົມວາງອອກ. ການສິດສອນ ຂອງຄູ-ອາຈານແມ່ນຖືກຕ້ອງ ຕາມລະບຽບຫຼັກການ ມີການ ປະສານສົມທົບລະຫວ່າງການ ສິດສອນແບບມູນເຊື້ອ, ແບບຕັ້ງ ໜ້າ, ແບບທິດສະດີ ແລະ ແບບ ພຶດຕິກຳຕົວຈິງໄປພ້ອມໆກັນ. ການສິດສອນແມ່ນປະກອບດ້ວຍ ເອກະສານຮຽນ, ຄອມພິວເຕີ, ໂປຼເຈັກເຕີ້ ຖືວ່າເປັນຫ້ອງຮຽນ ທີ່ໄດ້ມາດຕະຖານ, ນອກຈາກນີ້ ຍັງໄດ້ເປີດໂອກາດໃຫ້ແຕ່ລະ ພາກສ່ວນປະກອບຄຳຄິດຄຳ ເຫັນໃສ່ບົດສະຫຼຸບ ແລະ ມີຄຳ ສະເໜີເພື່ອ ພ້ອມກັນປັບປຸງແກ້ ໄຂເຮັດໃຫ້ການອົບຮົມ, ສິດ ສອນຢູ່ ວປກ ມີປະສິດທິຜົນ ສູງຂຶ້ນ. ໃນຕອນທ້າຍ ພັນເອກ ປອ ແກ້ວສຸວັນ ອີນທະວົງສາ ຍັງໄດ້ ເນັ້ນໜັກໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ລາຍງານຈຸດປະສົງ ຖືກຕ້ອງຕາມສະພາບຄວາມ ເປັນຈິງ, ຖືກຕ້ອງຕາມແຜນ ການ, ມີຄວາມລະອຽດຊັດເຈນ ຕາມຕາຕະລາງທີ່ໄດ້ປະຕິບັດໃນ ເດືອນທີ່ຜ່ານມາ, ໂດຍສະເພາະ ກໍແມ່ນການປະຕິບັດໂຄງການ ຫຼັກສູດການຮຽນ-ການສອນ ຂອງຄູ-ອາຈານ ແລະ ນັກສຶກ ສາຕ້ອງມີຄວາມຮັບຮູ້ເຂົ້າໃຈຕ່ໍ ວຽກງານອົບຮົມ, ການເກັບ ກຳຂໍ້ມູນ, ການປະຕິບັດລະບຽບ ຫຼັກການຂອງການຮຽນ-ການສອນ, ການຂຶ້ນຫ້ອງລົງ ຫ້ອງໃນໄລຍະໜື່ງເດືອນທີ່ຜ່ານ ມາ. ເພື່ອເປັນພື້ນຖານໃນການ ຄັດເລືອກຕີລາຄາແບ່ງປະເພດ ນັກສືກສາໃນທ້າຍສົກຮຽນ. ທັງນີ້ກໍເພື່ອປັບປຸງວິທີການ ຕ່າງໆໃຫ້ສອດຄ່ອງ, ຖືກຕ້ອງ ຕາມແບບແຜນວຽກງານອົບຮົມ ທີ່ໄດ້ວາງໄວ້ໃຫ້ດີຂຶ້ນກວ່າເກົ່າ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ