ເປີດບັ້ນອົບຮົມ-ຫັດແອບ ບໍາລຸງຄູການທະຫານໄລຍະສັ້ນ ຄັ້ງທີ I ທົ່ວທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2021-09-03 19:13:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 809 | ຄວາມນິຍົມ: ![]()
ວັນທີ 30 ສິງຫາ 2021, ຢູ່ໂມສອນກອງພັນ 597 ທະ
ຫານແຂວງໄຊສົມບູນ, ໄດ້ເປີດ
ບັ້ນອົບຮົມ-ຫັດແອບບໍາລຸງຄູ ການທະຫານໄລຍະສັ້ນ ທົ່ວທະ ຫານແຂວງໄຊສົມບູນ ໂດຍໃຫ້
ກຽດເປັນປະທານຂອງ ສະຫາຍ ພັນເອກ ຄໍາອີ່ງ ກີ່ງແກ້ວ ຫົວ
ໜ້າການທະຫານ ກອງບັນຊາ ການທະຫານແຂວງໄຊສົມບູນ,
ມີຄະນະພັກ-ຄະນະບັນຊາອົງ
ການ 5 ຫ້ອງ, ມີຜູ້ຕາງໜ້າຈາກ
5 ກອງບັນຊາການທະຫານ ເມືອງ, ກອງພັນ, ກອງຮ້ອຍເອ
ກະລາດ ພ້ອມດ້ວຍຄູ-ອາຈານ
ຄະນະຮັບຜິດຊອບ ແລະ ບັນດາ
ຄູການທະຫານທົ່ວກອງບັນຊາ
ການທະຫານນະຄອນແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີມອນ ສີປະເສີດ ຫົວໜ້າພະແນກອົບ
ຮົມ ໄດ້ຜ່ານແຜນການອົບຮົມ ຄັ້ງນີ້ ມີຈຸດປະສົງເພື່ອເຮັດໃຫ້ ບັນດາຄູ-ອາຈານ ກຳແໜ້ນບັນ ດາບົດຮຽນ, ທັງພາກທິດສະ
ດີ ແລະ ພາກປະຕິບັດຕົວຈິງ, ເຮັດໃຫ້ມີຄວາມເອກະພາບ ກັນທາງດ້ານເນື້ອໃນ, ຫຼັກການ
ຮັບປະກັນເວລານຳໃຊ້ໃນໜ້າທີ່ ວຽກງານຕົວຈິງ ພ້ອມທັງຖອດ ຖອນບົດຮຽນໃນໄລຍະໃໝ່ ເເນ ໃສ່ການປັບປຸງຄູການທະຫານໃຫ້ເຂົ້າໃຈເປັນເອກະພາບບົດຮຽນ, ເຊິ່ງການອົບຮົມຫັດແອບຈະດໍາ ເນີນໄປເປັນເວລາ 45 ວັນ.
ສະຫາຍ ພັນເອກ ຄໍາອີ່ງ
ກີ່ງແກ້ວ ໄດ້ເນັ້ນໜັກໃຫ້ຄູ-ອາ
ຈານ ຈົ່ງເອົາໃຈໃສ່ນຳເອົາບົດ
ຮຽນ ເພື່ອຖ່າຍຖອດຄວາມຮູ້ໃຫ້
ບັນດານັກເຝິກອົບຮົມໄດ້ຮັບຮູ້
ເຊື່ອມຊຶມຢ່າງເລິກເຊິ່ງ, ໂດຍສະ
ເພາະທາງດ້ານສິລະປະຍຸດ-ຍຸດ
ທະວິທີ, ເອົາໃຈໃສ່ຍົກສູງຄວາມ
ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ
ກັນ ໃນການເຝີກແອບຮໍ່າຮຽນ
ເພື່ອເຮັດສໍາເລັດໜ້າທີ່ການ ເມືອງຂອງຕົນ ແລະ ຮັບປະກັນ
ທາງດ້ານຄວາມປອດໄພ 100%.
ໂດຍ: ພຸດທະພອນ
ລັດດານາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















