ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະເພນີບຸນເຂົ້າປະດັບດິນ
ເວລາອອກຂ່າວ: 2021-09-03 08:52:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ຄໍາວ່າ “ເຂົ້າປະດັບດິນ” ໝາຍເຖິງການເອົາເຂົ້າ ແລະ ອາ ຫານຫວານຄາວ,ໜາກໄມ້ພ້ອມ ທັງໝາກພູ ຢາສູບ ທີ່ຫໍ່ດ້ວຍໃບ ຕອງກ້ວຍ ຫຼື ພາຊະນະອື່ນໆ (ດີ ແທ້ຄວນໃສ່ແຕ່ໃບຕອງບໍ່ຄວນ ໃສ່ຖົງຢາງ ຫຼື ກັບໂຟມ) ແລ້ວນໍາ ໄປວາງໄວ້ຕາມໜ້າດິນບໍລິເວນ ໃນວັດ, ອ້ອມວັດ, ບ້ານເຮືອນ ແລະ ໄຮ່ນາຮົ້ວສວນ ຫຼື ຫ້ອຍ ໄວ້ຕາມຕົ້ນໄມ້ ເພື່ອທານໃຫ້ດວງ ວິນຍານຂອງບັນພະບູລຸດ ແລະ ຍາດພີ່ນ້ອງຂອງຕົນ ເອີ້ນວ່າ ເຂົ້າປະດັບດິບ. ການເຮັດບຸນເຂົ້າປະດັບດິນ ກໍານົດເອົາມື້ແຮມ 14 ຄໍ່າ ເດືອນ ເກົ້າ (ເດືອນເກົ້າດັບ) ຂອງທຸກໆປີໂດຍມີຄວາມເຊື່ອມາແຕ່ບູຮານ ວ່າ ມື້ເດືອນເກົ້າດັບເປັນມື້ທີ່ຈ່າ ຍົມພິບານປ່ອຍສັດນາຮົກໃຫ້ກັບ ຄືນມາໂລກມະນຸດ, ເພື່ອຮັບເອົາ ເຄື່ອງກິນຂອງທານຈາກຍາດຕິ ພີ່ນ້ອງໃນໂລກມະນຸດ ການນໍາ ເອົາອາຫານຫວານຄາວໄປປະ ດັບໄວ້ດິນດັ່ງກ່າວນັ້ນ ນອກຈາກ ຈະເປັນການທານໃຫ້ແກ່ຍາດພີ່ນ້ອງແລ້ວ ຍັງເປັນການແຜ່ຜາຍ ໃຫ້ແກ່ມະນຸດ ແລະ ສັບພະສັດທັງ ຫຼາຍໄດ້ຮັບຢ່າງທົ່ວເຖິງກັນ, ເປັນຕົ້ນແມ່ນຜູ້ທຸກຍາກຂາດເຂີນ ນົກໜູ ແລະ ມົດແມງຕ່າງໆ ສະ ແດງເຖິງຄວາມເອື້ອເຟື້ອເພື່ອ ແຜ່ ວັດຖຸທານຂອງຕົນຢ່າງບໍ່ຫວງ ແຫນ. ບຸນເຂົ້າປະດັບດິນ ຖືເປັນບຸນ ໜຶ່ງທີ່ສໍາຄັນຂອງຊາດ ເຊິ່ງໃນ ອະດິດເຈົ້າມະຫາຊີວິດຕ້ອງໄດ້ ເປັນແມ່ແບບໃນການນໍາໜ້າພາ ທາງປະຕິບັດເພື່ອຄວາມຢູ່ເຢັນ ເປັນສຸກຂອງບ້ານເມືອງ ແລະ ປະຊາລາຊະດອນ ດັ່ງປະກົດ ອອກໃນຄອງ 14 ຂອງພະລາ ຊາວ່າ “ເປັນທ້າວພະຍາຄັນ ຮອດເດືອນ ເກົ້າ ດັບໃຫ້ປ່າວເຕືອນ ລາດຊະດອນບ້ານເມືອງ ຂອງ ຕົນທານຫໍ່ເຂົ້າປະດັບດິນໄປຫາ ປູ່ຍ່າຕາຍາຍ, ລູກເຕົ້າ, ຫຼານເຫຼັນ ອັນເຖິງແກ່ອະນິດຈະກຳ ໄປສູ່ປະ ລະໂລກ” ມູນເຫດແຫ່ງການເຮັດ ບຸນເຂົ້າປະດັບດິນ ໃນສະໄໝພຸດ ທະການ ຍາດຂອງພະເຈົ້າພິມພິ ສານໄດ້ພາກັນລັກກິນຂອງພະສົງ ໂດຍບໍ່ໄດ້ຮັບອະນຸຍາດ ເຊັ່ນອາ ຫານຫວານຄາວ ແລະ ໝາກໄມ້ ພາຍໃນວັດ ເມື່ອສິ້ນບຸນໄປ ຈິ່ງໄດ້ ຕົກນາຮົກໄດ້ຮັບຄວາມທຸກທໍລະ ມານອຶດຢາກຫອດຫິວ ເຂົ້າຈະ ກິນ ແລະ ເສື້ອຜ້າຈະນຸ່ງຫົ່ມກໍບໍ່ມີ ເປັນເຜດຜີເປືອຍ ພວກຍາດພີ່ ນ້ອງເຫຼົ່ານັ້ນ ຈຶ່ງມາສະແດງປະ ຕິກິລິຍາຮ້ອງໄຫ້ຄວນຄາງປະກົດແກ່ເຈົ້າພິມພິສານ ພຣະອົງ ສົງໄສວ່າແມ່ນເຫດອັນໃດຈຶ່ງໄດ້ ນຳເອົາເລື່ອງນັ້ນເຂົ້າໄປຂາບທູນ ພະພຸດທະເຈົ້າ ພະພຸດທະອົງ ຈຶ່ງໄດ້ຕັດບອກເລື່ອງນັ້ນໃຫ້ເຈົ້າ ພິມພິສານຊົງຊາບແລ້ວ ຈຶ່ງ ເຮັດທານ ອຸທິດຜົນສົ່ງໄປໃຫ້ ພວກ ເຜດເຫຼົ່ານັ້ນຈຶ່ງໄດ້ຮັບຜົນທານ ມີເຂົ້າປາອາຫານ ແລະ ເຄື່ອງນຸ່ງ ຫົ່ມທີ່ອຸດົມສົມບູນ. ເພາະສະນັ້ນ, ຈຶ່ງມີການເຮັດ ບຸນເຂົ້າປະດັບດິນສືບຕໍ່ກັນມາຈົນເຖິງປັດຈຸບັນນີ້ ພິທີເຮັດບຸນຫໍ່ເຂົ້າປະດັບດິນມື້ແຮມ 13 ຄໍ່າ ເດືອນ ເກົ້າມີອະນາໄມວັດວາອາ ຮາມ, ຕົບແຕ່ງປະດັບປະດາໃຫ້ ງົດງາມ ສ່ວນຊາວບ້ານກະກຽມ ຫ້າງຫາເຄື່ອງອາຫານຫວານ ຄາວ, ຫໍ່ເຂົ້າຕົ້ມ ເຂົ້າໜົມນໍ້າອ້ອຍ ນໍ້າຕານໝາກພູ, ຢາສູບໃຫ້ຄົບຫຼັງ ຈາກນັ້ນຈະຫໍ່ໃສ່ໃບຕອງກ້ວຍ ເປັນຫໍ່ນ້ອຍ-ໃຫຍ່ໃຫ້ໄດ້ພໍສົມ ຄວນ ແລ້ວຫຍິບຕິດກັນເປັນຫໍ່ ໃຫຍ່ ພໍເຖິງເວລາ 4 ໂມງ ມື້ແຮມ 14 ຄໍ່າເດືອນ ເກົ້າກໍເອົາເຄື່ອງ ເຫຼົ່ານັ້ນ ໃສ່ກະຕ່າກະບຸງໄປ ວັດຖວາຍໃຫ້ແກ່ພະສົງ-ສາມະ ເນນ ເມື່ອພະສົງຮັບ ແລະ ສູດສໍາ ເລັດແລ້ວ, ຈິ່ງເອົາໄປຫ້ອຍໄວ້ ຕາມກົກໄມ້, ຕາມເດີ່ນວັດນອກ ກໍາແພງວັດ ແລະ ໄຮ່ນາຮົ້ວ ສວນ, ຫຼັງຈາກນັ້ນ ກໍເຕົ້າໂຮມ ກັນ ທີ່ສາລາໂຮງທໍາ ເຮັດພິທີທາງ ສາສະໜາໄຫວ້ພະຮັບສິນ, ຕັກ ບາດຖວາຍສັງຄະທານ ຟັງທໍາ ມະເທດສະໜາຄາລະວະຮັບພອນ ຢາດນ້ໍາເປັນອັນຈົບພິທີ. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ