ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 5 ປະກາດການຈັດຕັ້ງ ຢູ່ກອງປະຕິບັດງານ 205
ເວລາອອກຂ່າວ: 2021-09-01 08:33:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 279 | ຄວາມນິຍົມ:



ໃນວັນທີ 20 ສິງຫາ 2021, ກອງພົນທີ 5 ໄດ້ປະກາດການ ຈັດຕັ້ງພະນັກງານກໍ່ສ້າງຮາກ ຖານ ຢູ່ກອງປະຕິບັດງານ 205 ທີ່ຂຶ້ນກັບກອງພົນທີ 5, ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ສາຍສະໝອນ ສາລີຄໍາ ຮອງຫົວ ໜ້າຫ້ອງການເມືອງ ກອງພົນທີ 5, ມີ ຕາງໜ້າພະແນກກໍ່ສ້າງຮາກ ຖານ ກອງພົນທີ 5, ຄະນະພັກ-ຄະ ນະບັນຊາ, ພະນັກງານກໍ່ສ້າງ ຮາກຖານ ແລະ ອໍານາດການປົກ ຄອງບ້ານ ເຂົ້າຮ່ວມ. ສະຫາຍ ພັນໂທ ສີອໍາໄພ ເດດພະມິດ ຫົວໜ້າພະແນກກໍ່ ສ້າງຮາກຖານ ກອງພົນທີ 5 ໄດ້ ຜ່ານຂໍ້ຕົກລົງແຕ່ງຕັ້ງຂອງກອງ ພົນທີ 5 ວ່າດ້ວຍ ການແຕ່ງຕັ້ງ ພະນັກງານເຮັດໜ້າທີ່ຢູ່ກອງ ປະຕິບັດງານ 205. ໃນນັ້ນ, ໄດ້ ແຕ່ງຕັ້ງ ສະຫາຍ ພັນຕີ ຄໍາໃບ ໄຊຍະວົງ, ສະຫາຍ ຮ້ອຍເອກ ບຸນມີ ສີສັງວອນ ມາປະຕິບັດໜ້າ ທີ່ຢູ່ກອງປະຕິບັດງານ 205, ສະຫາຍ ພັນຕີ ສີທັດ ຄໍາເປື່ອງ ເປັນຫົວໜ້າໜ່ວຍງານກໍ່ສ້າງ ຮາກຖານ (ກຸ່ມ2) ບ້ານໂຄກ ກ່ອງ ເມືອງສຸຂຸມາ ແຂວງຈໍາ ປາສັກ, ສະຫາຍ ພັນຕີ ຄໍາອ່ວງ ວົງຄໍາແຊບ ເປັນຫົວໜ້າໜ່ວຍ ງານກໍ່ສ້າງຮາກຖານ (ກຸ່ມ3) ບ້ານທ່າຫີນ ເມືອງມຸນລະປະ ໂມກ ແຂວງຈໍາປາສັກ. ສະຫາຍ ພັນໂທ ສາຍສະໝອນ ສາລີຄໍາ ໄດ້ກ່າວສະແດງຄວາມ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບໜ້າທີ່ ພ້ອມທັງເນັ້ນໜັກໃຫ້ແຕ່ລະສະຫາຍຈົ່ງຍົກສູງພາລະບົດບາດ ໃນການນໍາພາ ເປັນຕົ້ນແມ່ນວຽກ ງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນປົກກະຕິ ໄປ ຄຽງຄູ່ກັບການຈັດຕັ້ງປະຕິບັດ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບ ວຽກງານສາມສ້າງໃຫ້ເປັນຮູບ ປະທໍາຕົວຈິງ, ສືບຕໍ່ປະສານສົມ ທົບກັບອໍານາດການປົກຄອງ ທ້ອງຖິ່ນໃຫ້ແໜ້ນແຟ້ນ, ເອົາໃຈ ໃສ່ປຸກລະດົມຊຸກຍູ້ປະຊາຊົນ ໃຫ້ຮັບຮູ້ເຂົ້າໃຈຕໍ່ແນວທາງປ່ຽນ ແປງໃໝ່ຂອງພັກ-ລັດ ໃນໄລ ຍະໃໝ່. ໂດຍ: ທອງປານ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ