ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຂຶ້ນທະບຽນໃຫ້ຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ 42 ພັນກວ່າຄົນ
ເວລາອອກຂ່າວ: 2019-01-08 09:26:16 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ຂປລ. ລັດຖະບານແຫ່ງ ສປປ ລາວ ໄດ້ຂຶ້ນທະບຽນ ແລະ ອອກ ບັດອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວ ບໍ່ຖືກຕ້ອງ ທັງໝົດ 42.000 ກວ່າ​ຄົນ ໃນໄລຍະຜ່ານມາ ເພື່ອ ຫັນເອົາຄົນຕ່າງປະເທດ ທີ່ເຄື່ອນ ໄຫວບໍ່ຖືກຕ້ອງຕາມກົດໝາຍ ຂອງ ສປປ ລາວ ໃຫ້ຫັນເຂົ້າສູ່ ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການຂອງຂະແໜງການ ກ່ຽວຂ້ອງຢ່າງເຂັ້ມງວດ. ການຂຶ້ນທະບຽນ ແລະ ອອກ ບັດອະນຸຍາດ ໄດ້ຈັ້ງຕັ້ງປະຕິບັດ ໂດຍກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຮ່ວມກັບກະ ຊວງປ້ອງກັນຄວາມສະຫງົບນັບຕັ້ງແຕ່ກາງ ເດືອນທັນວາ 2015 ຫາເດືອນພະຈິກ 2017. ຂໍ້ມູນດັ່ງກ່າວ, ໄດ້ລາຍງານຢູ່ກອງປະຊຸມປຶກສາຫາລືກ່ຽວກັບ ແຜນສືບຕໍ່ແກ້ໄຂຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມ ກົດໝາຍຂອງ ສປປ ລາວ ທົ່ວ ປະເທດ ໃນວັນທີ 7-8 ມັງກອນ 2019 ພາຍໃຕ້ການເປັນປະ ທານຮ່ວມ ຂອງທ່ານ ຄຳ​ແພງ ໄຊສົມແພງ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ແລະ ທ່ານ ພົນຕີ ສິນທະ ວົງ ໄຊຍະກອນ ຮອງລັດຖະມົນ ຕີ ກະຊວງປ້ອງກັນຄວາມສະ ຫງົບ, ໂດຍການເຂົ້າຮ່ວມຂອງ ​ບັນດາ​ລັດຖະມົນຕີ, ຮອງ​ລັດຖະ ມົນຕີ, ຮອງ​ເຈົ້າ​ແຂວງ ​ແລະ ພາກສ່ວນທີ່ກ່ຽວຂ້ອງທົ່ວປະ ເທດ ຈຳນວນ 150 ກວ່າຄົນ. ໂອກາດນີ້, ທ່ານ ຄຳແພງ ໄຊ ສົມ​ແພງ ກ່າວວ່າ: ສອງກະຊວງ ພວກເຮົາ ກຳລັງຮີບຮ້ອນເອົາໃຈ ໃສ່ ແກ້ໄຂບັນຫາຄົນຕ່າງປະ ເທດທີ່ເຂົ້າມາເຄື່ອນໄຫວທຳມາ ຫາກິນ, ຄ້າຂາຍ ແລະ ເຮັດວຽກ ແບບບໍ່ຖືກຕ້ອງຕາມກົດໝາຍທີ່ເປັນສາເຫດເຮັດໃຫ້ເກີດຫລາຍ ບັນຫາຕາມມາ ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 62/ນຍ ຂອງ ນາຍົກລັດຖະມົນຕີ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ການຈັດຕັ້ງປະຕິບັດຄຳ ສັ່ງດັ່ງກ່າວ, ສອງກະຊວງໄດ້ມີ ການຊຸກຍູ້ ​ແລະ ຕິດຕາມການ ປະຕິບັດ ໜ້າທີ່ດັ່ງກ່າວຂອງບັນ ດາແຂວງ, ນະຄອນຫລວງ ແລະ ໄດ້ສະຫລຸບລາຍງານຜົນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕໍ່ລັດຖະບານໃນແຕ່ລະໄລຍະເພື່ອ ຂໍທິດຊີ້ນຳຈາກການນຳຂັ້ນສູງ ແລະ ກໍໄດ້ຮັບການຊີ້ນຳມາຕະ ຫລອດ. ທ່ານ ຄຳແພງ ໄຊສົມ​ແພງ ໄດ້​ຮຽກຮ້ອງ​ມາ​ຍັງ​ຜູ້​ແທນ​ກອງ​ປະຊຸມ​​ ໃຫ້​ເອົາ​ໃຈ​ໃສ່​ປະກອບ​ຄຳ ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ, ຊີ້ ໃຫ້ເຫັນເຖິງວິທີການ ທີ່ຈະເຮັດ ໃຫ້ວຽກງານ ການຄຸ້ມຄອງຄົນ ຕ່າງປະ ເທດຕາມກົດໝາຍ ແລະ ລະບຽບການ ທີ່ມີຢູ່ໃນຕໍ່ໜ້ານີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຫລື ມີມາດຕະການທີ່ເຂັ້ມງວດ ແລະ ເໝາະສົມ. ທ່ານ ບຸນຄົງ ຫລ້າສຸກັນ ຮອງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ ລາຍງານກ່ຽວກັບສະພາບການ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 62/ ນຍ ໃນຜ່ານມາວ່າ: ບັນຫາຄົນ ຕ່າງປະເທດ ທີ່ເຂົ້າມາເຄື່ອນໄຫວ ປະກອບອາຊີບແບບບໍ່ຖືກຕ້ອງ ຕາມກົດໝາຍຂອງ ສປປ ລາວ ເປັນບັນຫາຊ້ຳເຮື້ອມາຫລາຍປີ ເຊິ່ງເຮັດໃຫ້ລັດຖະບານຕ້ອງໄດ້ ກຳນົດລະບຽບການ ແລະ ວິທີ ການໃນການແກ້ໄຂມາຫລາຍຄັ້ງ ແຕ່ກໍຍັງບໍ່ສາມາດແກ້ໄຂໄດ້ເທົ່າ ທີ່ຄວນ. ຈາກການປະຕິບັດຂຶ້ນ ທະບຽນ ແລະ ອອກບັດອະນຸ ຍາດເຄື່ອນໄຫວຊົ່ວຄາວສອງໄລ ຍະຜ່ານມາ (ໄລຍະທີ 1: ກາງ ເດືອນທັນວາ 2015-ກາງເດືອນ ມີນາ 2016, ໄລຍະທີ 2: ເດືອນ ກັນຍາ ຫາ ເດືອນພະຈິກ 2017), ສາມາດຂຶ້ນທະບຽນໄດ້ທັງໝົດ 42.434 ຄົນ, ຍິງ 11.767 ຄົນ, ເຊິ່ງມາຮອດປັດຈຸບັນ ແມ່ນ ສາມາດແກ້ໄຂໄດ້ 7.506 ຄົນ ແລະ ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂ ອີກ 34.928 ຄົນ. ສຳລັບເງິນທີ່ ເກັບໄດ້ຈາກການຂຶ້ນທະບຽນ ສອງຄັ້ງ ມີທັງໝົດ 37 ຕື້ກວ່າກີບ. ຂ່າວ: ສິງ​ຄຳ, ພາບ: ​ເກດສະໜາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ