ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນນາທິການວາລາສານປ້ອງກັນຊາດຈັດຕັ້ງເຊື່ອມຊຶມມະຕິກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-08-06 08:38:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 129 | ຄວາມນິຍົມ:



ໃນວັນທີ 3 ສິງຫາ 2021 ນີ້, ກອງບັນນາທິການວາລະສານ ປ້ອງກັນຊາດ ໄດ້ຈັດຕັ້ງເຊື່ອມຊຶມ ເອກະສານກົມການເມືອງສູນ ກາງພັກ ວ່າດ້ວຍ ການເພີ່ມທະວີ ການນໍາພາຂອງພັກຕໍ່ວຽກງານ ວັດທະນະທໍາ ໃນໄລຍະໃໝ່, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທີມສາວ ດວງຈໍາປາ ຫົວໜ້າບັນນາທິການວາລະສານ ປ້ອງກັນຊາດ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາແສນ ສຸ ວັນນະຜ່ອງໃສ ຮອງບັນນາທິ ການວາລະສານປ້ອງກັນຊາດ ໄດ້ຂຶ້ນເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍ ການ ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາ ໃນໄລ ຍະໃໝ່ ໂດຍໄດ້ຍົກໃຫ້ເຫັນພື້ນ ຖານການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ, ທິດຊີ້ນໍາທີ່ກໍານົດ ອອກໃນມະຕິ 9 ຂອງພັກ ສະໄໝ ທີ V ກ່ຽວກັບວຽກງານວັດທະ ນະທໍາໃນໄລຍະໃໝ່, ວັດທະນະ ທໍາຈໍານວນໜຶ່ງໄດ້ຮັບການຟື້ນ ຟູ, ປົກປັກຮັກສາ, ບູລະນະປະຕິ ສັງຂອນ ເປັນຕົ້ນວັດວາອາຮາມ, ບູຮານສະຖານທີ່ເປັນມໍລະດົກ ທາງດ້ານວັດທະນະທໍາ ແລະ ປະ ຫວັດສາດຂອງຊາດ, ໄດ້ປັບປຸງ ກໍ່ສ້າງຫໍພິພິຕະພັນ, ຫໍສະໝຸດ, ຫໍຫຼັກເມືອງແຫ່ງຕ່າງໆ, ບັນ ດາອານຸສອນສະຖານ ແລະ ປະ ດິດສະຖານອະນຸສາວະລີບັນພະ ບຸລຸດ ແລະ ຜູ້ນໍາການປະຕິວັດ ແຕ່ລະຮຸ່ນ, ວຽກງານສິລະປະ-ຫັດຖະກໍາ, ສີໄມ້ລາຍມື, ພອນສະ ຫວັນດ້ານຫົວຄິດປະດິດແຕ່ງທາງດ້ານສິລະປະວັນນະຄະດີ, ການສະແດງ ໄດ້ຮັບການສົ່ງເສີມ ໃຫ້ນັບມື້ອຸດົມຮັ່ງມີຂຶ້ນເລື້ອຍໆ. ອັນພົ້ນເດັ່ນແມ່ນມໍລະດົກທາງ ດ້ານວັດທະນະທໍາຂອງຊາດເຮົາ ເຊັ່ນ: ນະຄອນຫຼວງພະບາງ, ວັດ ພູຈໍາປາສັກ, ໄຫຫີນຊຽງຂວາງ, ສຽງແຄນລາວ ໄດ້ຖືກອົງການ ອຸຍເນັດສະໂກ (UNESCO) ຮອງຮັບ ແລະ ຂຶ້ນທະບຽນເປັນ ມໍລະດົກໂລກ, ນອກນັ້ນ ວັດຖຸບູ ຮານ, ປູສະນິຍະສະຖານອື່ນໆ ກໍຄື ຄຸນຄ່າທີ່ເປັນເອກະລັກດ້ານ ວັດທະນະທໍາໄດ້ຖືກປົກປັກຮັກ ສາ ແລະ ເສີມຂະຫຍາຍໃຫ້ດີ. ສ່ວນມະຕິ ວ່າດ້ວຍ ການຍົກສູງ ວຽກງານການເມືອງ-ແນວຄິດ ໄລຍະໃໝ່ ເຊິ່ງໄດ້ຍົກໃຫ້ເຫັນ ຍາມໃດພັກກໍຖືເອົາວຽກງານ ການເມືອງ-ແນວຄິດເປັນວຽກ ງານທີ່ີສໍາຄັນ ເພື່ອຮັບປະກັນສະ ຖຽນລະພາບທາງດ້ານການ ເມືອງ, ຮັບປະກັນຄວາມໝັ້ນຄົງ ຂອງປະເທດຊາດ ແລະ ຄວາມ ສະຫງົບສຸກຂອງສັງຄົມ, ສ້າງ ກໍາລັງແຮງທາງດ້ານການເມືອງ ແລະ ກໍາລັງແຮງໃນການຈັດຕັ້ງ ປະຕິບັດໃນວຽກງານຕົວຈິງຂອງ ພັກ, ການເຄື່ອນໄຫວການເມືອງ ແນວຄິດ, ເປັນການຕໍ່ສູ້ຕີຖອຍ ແນວຄິດ ແລະ ຄວາມເຂົ້າໃຈຜິດ ເຂວ, ຄອງເດີມ, ສ້າງຄວາມເຂົ້າ ໃຈຖືກຕ້ອງ ແລະ ປ່ຽນແນວຄິດ ໃໝ່ສອດຫ້ອຍທຸກຂົງເຂດວຽກ ງານຂອງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມເປັນປັດໄຈສໍາຄັນທຸກໄຊຊະນະຂອງການປະຕິວັດລາວ ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ວຽກງານ ການເມືອງ-ແນວຄິດ ແລະ ເຊື່ອມ ຊຶມຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ