ກອງບັນນາທິການວາລາສານປ້ອງກັນຊາດຈັດຕັ້ງເຊື່ອມຊຶມມະຕິກົມການເມືອງສູນກາງພັກ
ເວລາອອກຂ່າວ: 2021-08-06 08:38:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 145 | ຄວາມນິຍົມ:
ໃນວັນທີ 3 ສິງຫາ 2021 ນີ້, ກອງບັນນາທິການວາລະສານ ປ້ອງກັນຊາດ ໄດ້ຈັດຕັ້ງເຊື່ອມຊຶມ ເອກະສານກົມການເມືອງສູນ ກາງພັກ ວ່າດ້ວຍ ການເພີ່ມທະວີ ການນໍາພາຂອງພັກຕໍ່ວຽກງານ ວັດທະນະທໍາ ໃນໄລຍະໃໝ່, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທີມສາວ ດວງຈໍາປາ ຫົວໜ້າບັນນາທິການວາລະສານ ປ້ອງກັນຊາດ, ມີຄະນະພັກ-ຄະ ນະບັນຊາ, ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາແສນ ສຸ
ວັນນະຜ່ອງໃສ ຮອງບັນນາທິ ການວາລະສານປ້ອງກັນຊາດ ໄດ້ຂຶ້ນເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ວ່າດ້ວຍ ການ
ເພີ່ມທະວີການນໍາພາຂອງພັກ ຕໍ່ວຽກງານວັດທະນະທໍາ ໃນໄລ ຍະໃໝ່ ໂດຍໄດ້ຍົກໃຫ້ເຫັນພື້ນ ຖານການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈ, ທິດຊີ້ນໍາທີ່ກໍານົດ
ອອກໃນມະຕິ 9 ຂອງພັກ ສະໄໝ
ທີ V ກ່ຽວກັບວຽກງານວັດທະ
ນະທໍາໃນໄລຍະໃໝ່, ວັດທະນະ
ທໍາຈໍານວນໜຶ່ງໄດ້ຮັບການຟື້ນ ຟູ, ປົກປັກຮັກສາ, ບູລະນະປະຕິ ສັງຂອນ ເປັນຕົ້ນວັດວາອາຮາມ,
ບູຮານສະຖານທີ່ເປັນມໍລະດົກ
ທາງດ້ານວັດທະນະທໍາ ແລະ ປະ
ຫວັດສາດຂອງຊາດ, ໄດ້ປັບປຸງ
ກໍ່ສ້າງຫໍພິພິຕະພັນ, ຫໍສະໝຸດ,
ຫໍຫຼັກເມືອງແຫ່ງຕ່າງໆ, ບັນ ດາອານຸສອນສະຖານ ແລະ ປະ ດິດສະຖານອະນຸສາວະລີບັນພະ
ບຸລຸດ ແລະ ຜູ້ນໍາການປະຕິວັດ ແຕ່ລະຮຸ່ນ, ວຽກງານສິລະປະ-ຫັດຖະກໍາ, ສີໄມ້ລາຍມື, ພອນສະ ຫວັນດ້ານຫົວຄິດປະດິດແຕ່ງທາງດ້ານສິລະປະວັນນະຄະດີ, ການສະແດງ ໄດ້ຮັບການສົ່ງເສີມ ໃຫ້ນັບມື້ອຸດົມຮັ່ງມີຂຶ້ນເລື້ອຍໆ. ອັນພົ້ນເດັ່ນແມ່ນມໍລະດົກທາງ ດ້ານວັດທະນະທໍາຂອງຊາດເຮົາ ເຊັ່ນ: ນະຄອນຫຼວງພະບາງ, ວັດ ພູຈໍາປາສັກ, ໄຫຫີນຊຽງຂວາງ, ສຽງແຄນລາວ ໄດ້ຖືກອົງການ ອຸຍເນັດສະໂກ (UNESCO)
ຮອງຮັບ ແລະ ຂຶ້ນທະບຽນເປັນ
ມໍລະດົກໂລກ, ນອກນັ້ນ ວັດຖຸບູ
ຮານ, ປູສະນິຍະສະຖານອື່ນໆ ກໍຄື ຄຸນຄ່າທີ່ເປັນເອກະລັກດ້ານ
ວັດທະນະທໍາໄດ້ຖືກປົກປັກຮັກ ສາ ແລະ ເສີມຂະຫຍາຍໃຫ້ດີ. ສ່ວນມະຕິ ວ່າດ້ວຍ ການຍົກສູງ
ວຽກງານການເມືອງ-ແນວຄິດ
ໄລຍະໃໝ່ ເຊິ່ງໄດ້ຍົກໃຫ້ເຫັນ ຍາມໃດພັກກໍຖືເອົາວຽກງານ ການເມືອງ-ແນວຄິດເປັນວຽກ
ງານທີ່ີສໍາຄັນ ເພື່ອຮັບປະກັນສະ ຖຽນລະພາບທາງດ້ານການ ເມືອງ, ຮັບປະກັນຄວາມໝັ້ນຄົງ ຂອງປະເທດຊາດ ແລະ ຄວາມ
ສະຫງົບສຸກຂອງສັງຄົມ, ສ້າງ ກໍາລັງແຮງທາງດ້ານການເມືອງ
ແລະ ກໍາລັງແຮງໃນການຈັດຕັ້ງ ປະຕິບັດໃນວຽກງານຕົວຈິງຂອງ ພັກ, ການເຄື່ອນໄຫວການເມືອງ ແນວຄິດ, ເປັນການຕໍ່ສູ້ຕີຖອຍ ແນວຄິດ ແລະ ຄວາມເຂົ້າໃຈຜິດ ເຂວ, ຄອງເດີມ, ສ້າງຄວາມເຂົ້າ
ໃຈຖືກຕ້ອງ ແລະ ປ່ຽນແນວຄິດ ໃໝ່ສອດຫ້ອຍທຸກຂົງເຂດວຽກ ງານຂອງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມເປັນປັດໄຈສໍາຄັນທຸກໄຊຊະນະຂອງການປະຕິວັດລາວ ທັງນີ້ ກໍ່ເພື່ອເຮັດໃຫ້ພະນັກງານ-ນັກຮົບພາຍໃນກົມກອງຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ວຽກງານ ການເມືອງ-ແນວຄິດ ແລະ ເຊື່ອມ ຊຶມຕໍ່ແນວທາງແຜນນະໂຍບາຍ ຂອງພັກ-ລັດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ