ກອງພັນ 588 ອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ເວລາອອກຂ່າວ: 2021-08-06 08:34:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 279 | ຄວາມນິຍົມ:
ວັນທີ 28 ກໍລະກົດ 2021,
ກອງພັນ 588 ໄດ້ດຳເນີນການ
ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິ
ການ-ເຕັກນິກ ປະຈໍາປີ 2021,
ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນສົດ
ອິນສີນາ ຮອງຫົວໜ້າກົມຊ່າງ ແສງ ກົມໃຫຍ່ເສນາທິການກອງ
ທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ສີວຽງໄຊ
ບົວລະສິມມາ ຮອງຫົວໜ້າການ ທະຫານ ກອງພັນ 588 ໄດ້
ຜ່ານແຜນການ ອົບຮົມ-ຫັດແອບ ການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ປະຈໍາປີ 2021 ວ່າ: ເພື່ອຍົກສູງຄວາມຮູ້, ຄວາມສາມາດຂອງນາຍ ແລະ ພົນທະຫານພາຍໃນກົມກອງ ໃຫ້ມີປະສິດທິພາບ ຮູ້ໝູນໃຊ້ ຄວາມຮູ້ເຂົ້າໃນໜ້າທີ່ການເມືອງ
ຂອງຕົນ, ມີສະຕິ ແລະ ຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ບັນດາຂໍ້ກໍານົດ-ກົດລະບຽບຂອງ ກອງທັບ. ເຮັດໃຫ້ນາຍ ແລະ ພົນ
ທະຫານຮູ້ໝູນໃຊ້ບົດຮຽນຢ່າງ ມີຫົວຄິດປະດິດສ້າງ ແລະ ມີ ຄວາມຊໍານິຊໍານານຄ່ອງແຄ້ວ. ເນື້ອໃນອົບຮົມປະກອບມີ: ວິຊາ
ຄວາມຮູ້ທົ່ວໄປ, ລະບຽບຮູບ ແຖວ, ກີລາການທະຫານ-ນັກ ຮົບແຂງແຮງ, ສິລະປະຍຸດ, ຍຸດ
ທະວິທີພື້ນຖານ, ວິຊາສະເພາະ
ເຫຼົ່າຮົບເພື່ອນ, ວຽກງານຮັບປະ
ກັນສູ້ຮົບ, ອົບຮົມການເມືອງຮັບ ໃຊ້ສູ້ຮົບ, ພະລາທິການຮັບໃຊ້
ສູ້ຮົບ, ວິຊາເຕັກນິກຮັບໃຊ້ສູ້ຮົບ, ກອບກູ້ໄພພິບັດ ແລະ ການນໍາ ໃຊ້ພາຫະນະແຕ່ລະປະເພດ: ລົດລອຍນໍ້າ PTS, ລົດຂົວຟູ
PMP, ກາໂນ BMK-130,
ເຮືອພັບ DL-10, ເຮືອກູ້ໄພ
ທ້ອງແບນ, ເຮືອສີສົ້ມ, ເຮືອລາດ
ຕະເວນ ແລະ ລົດກ່າຍຂົວ 51 ແມັດ ເຊິ່ງລວມມີທັງທິດສະດີ ການຈໍລະຈອນ-ຂັບຂີ່ ແລະ ການປົກປັກຮັກສາ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ