ກອງພົນທີ 3 ມອບ-ຮັບໜ້າທີ່ຫົວໜ້າພະແນກໄອຍະການ
ເວລາອອກຂ່າວ: 2021-08-06 08:33:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ:
ພິທີມອບ-ຮັບໜ້າທີ່ລະຫວ່າງ ສະຫາຍ ພັນໂທ ວຽງພັນ ໄຊ
ເຫຼີມບູນ ຫົວໜ້າພະແນກໄອຍະ ການ (ຜູ້ເກົ່າ) ແລະ ສະຫາຍ
ພັນຕີ ຄຳໃບ ເພັດລໍຄຳ ຫົວໜ້າພະ
ແນກໄອຍະການ ກອງພົນທີ 3 (ຜູ້ໃໝ່), ໃນວັນທີ 3 ສິງຫາ
2021, ໂດຍການເປັນປະທານ ຂອງ ສະຫາຍ ພັນໂທ ຄຳສິງ
ສາຍຍອດອູ ຮອງຫົວໜ້າຫ້ອງ ການເມືອງກອງພົນທີ 3, ມີພະ ນັກງານ-ນັກຮົບ ເຂົ້າຮ່ວມ.
ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານໃນໄລຍະໃໝ່ໂດຍ ສະເພາະແມ່ນການນຳພາ-ຊີ້ນໍາ ວຽກງານຕ່າງໆໃນແຕ່ລະຂົງ
ເຂດໃຫ້ມີຄວາມຮັບປະກັນທາງ ດ້ານປະລິມານ ແລະ ຄຸນນະ ພາບ ເພື່ອພ້ອມກັນປົກປັກຮັກ ສາ ແລະ ພັດທະນາປະເທດ ຊາດໃຫ້ມີຄວາມຈະເລີນກ້າວ ໜ້າ.
ສະຫາຍ ພັນໂທ ຄຳສິງ ສາຍຍອດອູ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະຫາຍ ທີ່ໄດ້ປະກອບສ່ວນເປັນ
ຫົວຈັກຫຼັກແຫຼ່ງປະຕິບັດວຽກ ງານຕະຫຼອດໄລຍະຜ່ານມາ,
ເຮັດສຳເລັດໜ້າທີ່ຕາມການ
ມອບໝາຍຂອງພັກ-ລັດຂັ້ນ
ເທິງກໍຄືການຈັດຕັ້ງ, ພ້ອມທັງ
ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ໃໝ່ຈົ່ງຍົກສູງນ້ຳໃຈສາມັກຄີ ພາຍໃນໝູ່ຄະນະ, ເປັນເຈົ້າການ
ໃນການຊີ້ນຳ, ປະຕິບັດຕາມຫຼັກ
ການລວມສູນປະຊາທິປະໄຕ,
ເອກກະພາບ ພາຍໃນໝູ່ຄະນະ ໂດຍປີ່ນອ້ອມຕາມ 4 ໜ້າທີ່
ໃຫຍ່ 26 ແຜນງານ ຂອງຄະ
ນະພັກກະຊວງປ້ອງກັນປະ ເທດ, ຕັ້ງໜ້າປັບປຸງກໍ່ສ້າງກຳ
ລັງ, ກົມກອງໃຫ້ມີຄວາມໜັກ ແໜ້ນ ເຂັ້ມແຂງ ຂຶ້ນກວ່າເກົ່າ.
ໂດຍ: ລີໂດ ດວງສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ