ຄະນະອະນຸກຳມະການຊ່ວຍເຫຼືອກູ້ໄພນໍ້າຖ້ວມ ກອງພັນໃຫຍ່ 401 ເຄື່ອນໄຫວກວດກາພື້ນທີ່ຖືກຜົນກະທົບ
ເວລາອອກຂ່າວ: 2021-08-06 08:32:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:
ໃນຕົ້ນເດືອນສິງຫາ 2021,
ອະນຸກໍາມະການຊ່ວຍເຫຼືອກອບ
ກູ້ໄພພິບັດນໍ້າຖ້ວມ ກອງພັນໃຫຍ່ 401 ກອງພົນທີ 4 ນຳ ໂດຍ
ສະຫາຍ ພັນຕີ ຈັນທະຄາດ
ກ້ອນມະນີ ຫົວໜ້າຂະແໜງສູ້
ຮົບກອງພັນໃຫຍ່ 401 ພ້ອມດ້ວຍ
ຄະນະ ໄດ້ເຄື່ອນໄຫວກວດກາພື້ນ ທີ່ ຖືກຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມຂອບເຂດຮັບຜິດ ຊອບຂອງກົມກອງ.
ພື້ນທີ່ຖືກຜົນກະທົບທາງໄພ ພິບັດນ້ຳຖ້ວມລວມມີ 3 ເມືອງ:
ເມືອງໄຊບູລີ ແຂວາງສະຫວັນ
ນະເຂດ, ເມືອງເຊບັ້ງໄຟ ແລະ ເມືອງໜອງບົກ ແຂວງຄຳມ່ວນ. ໃນ 3 ເມືອງ ດັ່ງກ່າວໄດ້ຖືກຜົນ ກະທົບຈາກນໍ້າປ່າໄຫຼຊຸຈາກເຊ ບັ້ງໄຟ ທີ່ຖືກຍູ້ດັນຈາກແມ່ນ້ຳ ຂອງ ເຮັດໃຫ້ປະລິມານນ້ຳ ເພີ່ມຂຶ້ນຢ່າງໄວວາໄຫຼເຂົ້າ ຖ້ວມບ້ານເຮືອນປະຊາຊົນ, ອຳນາດການປົກຄອງ ປກຊ-ປກສ ໄດ້ຊ່ວຍເຫຼືອເຄື່ອນ ຍ້າຍພໍ່ແມ່ປະຊາຊົນ, ເຄື່ອງ
ຂອງພາຫະນະ, ສັດລ້ຽງ: ງົວ,
ຄວາຍ, ໝູ, ແບ້, ສັດປີກ ແລະ
ອື່ນໆ ໄວ້ພື້ນທີ່ ທີ່ມີຄວາມປອດ
ໄພ. ນັບແຕ່ວັນທີ 28-30
ກໍລະກົດ ປະລິມານນໍ້າເພີ່ມຂຶ້ນ ສູງເຖິງ 2-3 ແມັດ, ປັດຈຸບັນປະ
ລິມານນໍ້າເຊບັ້ງໄຟໄດ້ເລີ່ມຫຼຸດ ລົງປະມານ 40-50 ຊັງຕີແມັດ.
ໂດຍ: ໂພຄຳ ພອນປະເສີດ
ພາບ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ