ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລັດຖະມົນຕີກະຊວງປ້ອງກັນປະເທດ ລົງກວດກາແຜນການຈັດວາງສະແດງຮູບພາບ ແລະ ການສະແດງສິລະປະ ທີ່ຈະເອົາໄປສະແດງທີ່ ສ ຣັດເຊຍ
ເວລາອອກຂ່າວ: 2021-08-06 08:30:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ວັນທີ 5 ສິງຫາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມຄະນະ ໄດ້ ລົງຕິດຕາມກວດກາການກະກຽມ ງານວາງສະແດງຮູບພາບວັດທະ ນະທຳລາວແບບຈຳລອງທີ່ຫໍພິພິ ທະພັນປະຫວັດສາດກອງທັບ ເພື່ອກຽມເຂົ້າຮ່ວມງານແຂ່ງຂັນ ກີລາການທະຫານສາກົນ 2021 ທີ່ຈະຈັດຂຶ້ນຢູ່ສະຫະພັນຣັດເຊຍ. ສະຫາຍ ພັນເອກ ຄຳສີ ລີ່ຝຸງ ຫົວໜ້າອຳນວຍການຫໍພິພິທະພັນປະຫວັດສາດກອງທັບ ໄດ້ ລາຍງານສະພາບການຈັດຕັ້ງ ປະຕິບັດຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຫ້າງຫາ ກະກຽມໃຫ້ຂັ້ນເທິງໄດ້ຮັບຊາບ, ເຊິ່ງຕະຫຼອດໄລຍະທີ່ຜ່ານມານັບ ແຕ່ໄດ້ຮັບແຈ້ງການຈາກຂັ້ນເທິງ ໄດ້ຮັບມອບໝາຍວຽກອັນສຳ ຄັນນີ້, ຄະນະພັກ-ຄະນະບັນຊາກົມ ກອງຂອງພວກເຮົາກໍໄດ້ພ້ອມ ພຽງກັນຫັນເປັນແຜນວຽກອັນ ລະອຽດ, ໂດຍແບ່ງຄວາມຮັບຜິດ ຊອບໃຫ້ແຕ່ລະພະແນກການທີ່ ກ່ຽວຂ້ອງຈັດຕັ້ງປະຕິບັດດ້ວຍ ຄວາມຮັບຜິດຊອບສູງ, ສຳລັບ ການຫ້າງຫາກະກຽມງານວາງ ສະແດງຮູບພາບວັດທະນາທຳ ລາວ ເພື່ອກຽມເຂົ້າຮ່ວມວາງສະ ແດງຮູບພາບງານແຂ່ງຂັນກີລາ ການທະຫານສາກົນ 2021 ໃນ ຄັ້ງທຳອິດນີ້, ແມ່ນແບ່ງອອກ 4 ພາກໃຫຍ່ ເບື້ອງຕົ້ນແມ່ນນຳ ສະເໜີ:1. ທີ່ຕັ້ງພູມສັນຖານຂອງ ປະເທດລາວ 2. ວັດທະນະທຳ, ຮີດຄອງປະເພນີຂອງປະຊາຊົນ ລາວບັນດາເຜົ່າ 3. ບັນດາແຫຼ່ງ ທ່ອງທ່ຽວທີ່ສຳຄັນຂອງປະເທດ ລາວ ແລະ 4. ພາກການພົວພັນ ຮ່ວມມື ລາວ-ຣັດເຊຍ. ຮູບພາບ ປະກອບທັງໝົດ130 ຮູບພາບ ລວມທັງພາບປະຈັກຕາແຕ່ລະ ຮູບພາບແມ່ນໄດ້ຂຽນເປັນພາສາ ລາວ ແປເປັນພາສາອັງກິດ. ບັນ ດາຮູບພາບທີ່ນຳມາຈັດວາງສະ ແດງລ້ວນແລ້ວແຕ່ມີເນື້ອໃນ ຄວາມໝາຍສຳຄັນຢ່າງເລິກ ເຊິ່ງ ສ່ອງແສງເຖິງວັດທະນະທຳ ທີ່ເປັນເອກະລັກຂອງຊາດລາວ ແລະ ມູນເຊື້ອແຫ່ງການພົວພັນ ຮ່ວມມືທີ່ດີມີມາແຕ່ຍາວນານລະ ຫວ່າງສອງພັກ-ສອງລັດ ແລະ ສອງກອງທັບ ລາວ-ຣັດເຊຍ. ຈາກນັ້ນ, ຍັງໄດ້ຊົມການຈັດວາງ ສະແດງຮູບພາບວັດທະນະທຳ ຕົວຈິງໂດຍລວມແລ້ວແມ່ນເຫັນ ດີເປັນເອກະພາບ, ສອດຄອງ ແລະ ແຖດເໝາະກັບເນື້ອໃນ, ພ້ອມ ເນັ້ນໜັກໃຫ້ພາກສ່ວນຮັບຜິດ ເອົາໃຈໃສ່ປັບປຸງດັດແກ້ບາງ ດ້ານໃຫ້ມີເນື້ອໃນສົມບູນແທດ ເໝາະສອດຄອງກັບກົດກະຕິ ກາອະນຸກຳມະການກຳນົດໄວ້, ພ້ອມກັບອຳນວຍຄວາມສະດວກ ໃນການກະກຽມ ແລະ ການປະ ສານງານກັນລະຫວ່າງຂັ້ນເທິງ ກັບຂັ້ນລຸ່ມ, ນອກນັ້ນຍັງໄດ້ແນະ ນຳໃຫ້ຜູ້ບັນລະຍາຍນຳທ່ຽວເອົາ ໃຈໃສ່ເຝິກຊ້ອມທັກສະການນຳ ທ່ຽວໃຫ້ຄ່ອງແຄ້ວລຽນໄຫຼດີ, ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ ການກະກຽມຄວາມພ້ອມຮອບ ດ້ານໃນການເຂົ້າຮ່ວມງານແຂ່ງ ຂັນງານວາງສະແດງຮູບພາບ ວັດທະນະທຳອັນດີງາມຂອງ ຊາດລາວໃນເວທີສາກົນໃນຄັ້ງ ນີ້ສາມາດເປັນແມ່ເຫຼັກດຶງດູດ ທ່ານແຂກຜູ້ມາຊົມ ໃຫ້ປະທັບໃຈ ແລະ ໂອກາດດຽວກັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ຮັບຊົມການສະແດງຂອງ ໜ່ວຍງານສິລະປະກອນກອງ ທັບປະຊາຊົນລາວຜ່ານບົດເພັງ, ບົດຟ້ອນໝູ່ຍິງ-ຊາຍ, ບົດຟ້ອນ ປະກອບສຽງເພັງການກຳເນີດ ເຕີບໃຫຍ່ເຂັ້ມແຂງຂອງກອງ ທັບເຮົາ, ບົດຟ້ອນຮ່ວມລາວ-ຣັດ ເຊຍ ເປັນກຳລັງແຮງຍູ້ໜູນການ ເຂົ້າຮ່ວມກີລາການທະຫານຂອງ ເຫຼົ່າຮົບຕ່າງໆທີ່ຈະເຂົ້າຮ່ວມ ແຂ່ງຂັນໃນຄັ້ງນີ້ ພ້ອມກັນຍາດ ເອົາຜົນງານທີ່ດີມາສູ່ກອງທັບ ປະຊາຊົນລາວ ກໍຄື ປະຊາຊົນລາວ ບັນດາເຜົ່າໄດ້ຊື່ນຊົມ. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ