ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະທຳມະນູນ ເປັນໂຄງຮ່າງອັນສຳຄັນທີ່ເຮັດໃຫ້ປະເທດຊາດ ມີຄວາມໝັ້ນຄົງ
ເວລາອອກຂ່າວ: 2021-08-05 09:02:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 3 ສິງຫາ 2021, ທີ່ສະພາແຫ່ງຊາດ, ທ່ານ ເກດ ກຽດຕິສັກ ອະດີດຮອງລັດຖະມົນ ຕີ ກະຊວງຍຸຕິທຳ ໄດ້ມີຄຳເຫັນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບ ຮອບ 30 ປີ ວ່າ: ລັດຖະທໍາມະ ນູນແມ່ນກົດໝາຍພື້ນຖານຂອງ ຊາດ ຫຼື ເປັນກົດໝາຍແມ່, ເປັນ ກົດໝາຍທີ່ສຳຄັນກວ່າໝູ່ ຢູ່ໃນ ປະເທດຊາດຂອງພວກເຮົາ, ເຊິ່ງລັດຖະທຳມະນູນຍັງເປັນ ໂຄງຮ່າງອັນສຳຄັນທີ່ຂາດບໍ່ ໄດ້ທີ່ເຮັດໃຫ້ປະເທດຊາດມີ ຄວາມໝັ້ນຄົງ, ດຳລົງຄົງຕົວ, ມີການຈັດຕັ້ງ ແລະ ມີການເຄື່ອນ ໄຫວຢ່າງຖືກຕ້ອງສອດຄ່ອງ ກັບຈິດໃຈຂອງພໍ່ແມ່ປະຊາຊົນ. ສປປ ລາວ ໄດ້ມີລັດຖະທຳ ມະນູນສະບັບທຳອິດຈົນມາເຖິງ ປັດຈຸບັນ ຄົບຮອບ 30 ປີໃນ ນາມສ່ວນຕົວ ຂ້າພະເຈົ້າຄິດວ່າ ມີຄວາມສຳຄັນຫຼາຍ ສຳລັບປະ ເທດຊາດ, ປະຊາຊົນ, ພັກ ແລະ ລັດຖະບານ, ພະນັກງານ-ລັດ ຖະກອນ, ທະຫານຕຳຫຼວດ ເພາະວ່າເປັນການຈັດຕັ້ງ, ການ ເຄື່ອນໄຫວຕະຫຼອດຮອດກົດ ໝາຍຕ່າງໆ ທີ່ສະພາແຫ່ງ ຊາດໄດ້ຮັບຮອງເອົາ ເປັນຕົ້ນ ລັດ ຖະບັນຍັດ, ດຳລັດຂອງນາຍົກລັດ ຖະມົນຕີ, ຂອງລັດຖະບານ, ຄຳ ສັ່ງຄໍາແນະນຳ, ຂໍ້ຕົກລົງຂອງລັດ ຖະມົນຕີ, ເຈົ້າແຂວງ, ເຈົ້າຄອງ ນະຄອນຫຼວງ ເຊິ່ງໄດ້ອີງໃສ່ ລັດຖະທຳມະນູນ ທັງໝົດໃນ ການຄຸ້ມຄອງສັງຄົມ ບໍ່ວ່າລັດ ຖະທຳມະນູນ ຫຼື ກົດໝາຍທີ່ ເປັນລູກຂອງລັດຖະທຳມະນູນ ນັ້ນ ກໍລ້ວນແຕ່ໄດ້ສະແດງເຖິງ ເຈດຈຳນົງຂອງປະຊາຊົນລາວ ບັນດາເຜົ່າ. ສະນັ້ນ, ຈຶ່ງເວົ້າວ່າ ປະຕິບັດລັດຖະທຳມະນູນ ກໍຄື ກັນກັບປະຕິບັດກົດໝາຍ, ປະຕິ ບັດກົດໝາຍຄືປະຕິບັດລັດຖະ ທຳມະນູນ ແລະ ປະຕິບັດເຈດຈຳ ນົງຂອງປະຊາຊົນລາວ ຂອງພວກ ເຮົາ ໂດຍມີສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເປັນຜູ້ຕາງໜ້າ. ໃນປັດຈຸບັນ, ຂ້າ ພະເຈົ້າໄດ້ພັກການ ຮັບບຳນານ ກໍຕາມ, ແຕ່ກໍຍັງຄົງເອົາໃຈໃສ່ ແລະ ເປັນວຽກທີ່ໜ້າສົນໃຈ ເພາະໄດ້ຕິດພັນກັບໂຊກຊະ ຕາຂອງບ້ານເມືອງ, ຂອງພໍ່ແມ່ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ຮູ້, ເຂົ້າໃຈບັນຫາ ແລະ ໄດ້ ຕິດຕາມເບິ່ງການຈັດຕັ້ງປະຕິບັດ ນັ້ນເປັນແນວໃດ. ມາຮອດປັດຈຸບັນ, ສະພາ ແຫ່ງ ຊາດໄດ້ຮັບຮອງເອົາກົດໝາຍ ປະ ມານ160 ສະບັບຖືວ່າເປັນພື້ນ ຖານທີ່ສຳຄັນ, ໜັກແໜ້ນ, ເປັນ ເສັ້ນທາງໃຫ້ແກ່ລັດ, ອົງການຈັດ ຕັ້ງຂອງລັດ, ການຈັດຕັ້ງທັງໝົດ ທີ່ມີຢູ່ໃນປະເທດເຮົາເພື່ອໃຫ້ພໍ່ ແມ່ປະຊາຊົນໄດ້ນຳໃຊ້ ຫຼື ເປັນເສັ້ນ ທາງໃຫ້ໄຕ່, ທັງເປັນຄວາມຄິດ, ການກະທຳຕ່າງໆ ບໍ່ວ່າຂອງການ ຈັດຕັ້ງ, ບຸກຄົນ, ພະນັກງານ-ລັດ ຖະກອນ, ທະຫານ, ຕຳຫຼວດ ກໍຄືພໍ່ແມ່ປະຊາຊົນ ຕ້ອງໄດ້ອີງ ຕາມລັດຖະທຳມະນູນ ແລະ ກົດ ໝາຍນີ້. ສໍາລັບສະມາຊິກສະ ພາແຫ່ງຊາດ, ສະມາຊິກສະພາ ປະຊາຊົນຂັ້ນແຂວງແມ່ນເປັນຂົວຕໍ່ລະຫວ່າງສະພາແຫ່ງຊາດ ກັບສະພາປະຊາຊົນຂັ້ນແຂວງ ແລະ ກັບປະຊາຊົນ, ເຊິ່ງເປັນຜູ້ ຮັບຜິດຊອບ, ເປັນເຈົ້າການ, ເປັນແບບຢ່າງໃນການຈັດຕັ້ງ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ພ້ອມ ທັງຍັງເປັນແວ່ນ ແຍງອັນດີສຳລັບສັງຄົມ ເພື່ອ ນຳໄປເຜີຍແຜ່ໃຫ້ແກ່ການຈັດ ຕັ້ງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ ປະຊາຊົນໄດ້ຈັດຕັ້ງປະຕິບັດ ຕາມເນື້ອໃນຈິດໃຈຂອງ ລັດຖະ ທຳມະນູນ ແລະ ກົດໝາຍ ເນື່ອງ ຈາກວ່າ ການໂຄສະນາ, ການເຜີຍ ແຜ່ກໍມີຄວາມໝາຍ ຄວາມສຳຄັນ ຢູ່ໃນປະເທດເຮົາກໍຄືທົ່ວໂລກ. ມີກົດໝາຍ ແລະ ລັດຖະທຳມະນູນ ຈຸດປະສົງ ກໍເພື່ອຄຸ້ມຄອງລັດ, ຄຸ້ມ ຄອງສັງຄົມ. ຖ້າຢາກຄຸ້ມຄອງ ໄດ້ກໍຕ້ອງໃຫ້ຜູ້ທີ່ຖືກຄຸ້ມຄອງ, ການຈັດຕັ້ງທີ່ຖືກຄຸ້ມຄອງ ໄດ້ຮູ້ ຈິດໃຈເນື້ອໃນຂອງລັດຖະທຳ ມະນູນ ແລະ ກົດໝາຍລະອຽດ ເພື່ອນຳໄປຈັດຕັ້ງປະຕິບັດ ແລະ ເປັນເຈົ້າການໃນການຈັດຕັ້ງ ປະຕິບັດ ບໍ່ວ່າຈະຢູ່ໃນຄອບຄົວ, ໃນສັງຄົມ ແລະ ໃນບ້ານເມືອງ ອັນໃດດີກໍຊົມເຊີຍ ອັນໃດບໍ່ດີອັນ ໃດບໍ່ຄັກບໍ່ແນ່ກໍຕ້ອງໄດ້ມີການ ແນະນຳ, ໄດ້ມີການຕັກເຕືອນສຶກ ສາອົບຮົມກັນ ເຮັດແນວໃດໃຫ້ ພຶດຕິກຳໃນການປະຕິບັດຕະ ຫຼາຍຮອດແນວຄິດ ໃຫ້ເປັນໄປ ຕາມລັດຖະທຳມະນູນ ແລະ ກົດ ໝາຍກຳນົດໄວ້ ເພື່ອເຮັດສັງຄົມ ມີຄວາມສະຫງົບ, ຄວາມເປັນ ລະບຽບຮຽບຮ້ອຍ, ຄວາມຍຸຕິທຳ ແລະ ຄວາມສະເໝີພາບ. ຂ້າພະເຈົ້າເຂົ້າໃຈວ່າ ບໍ່ວ່າ ຍຸກສະໄໝໃດ ການປະຕິບັດລັດຖະ ທຳມະນູນ ແລະ ກົດໝາຍນີ້ ແມ່ນຄວາມຮຽກຮ້ອງຕ້ອງການທີ່ເປັນພື້ນຖານ ແລະ ຂາດບໍ່ໄດ້ ແລະມີຄວາມສຳຄັນທີ່ສຸດ ບໍ່ ແມ່ນ ເປັນພຽງແຕ່ຄວາມເວົ້າ ຂໍໃຫ້ ເນື້ອໃນຈິດໃຈທີ່ເປັນເນື້ອໃນລັດ ຖະທຳມະນູນ ແລະ ກົດໝາຍນີ້ ເປັນທັດສະນະ, ເປັນແນວຄິດ ແລະ ເປັນການກະທຳຕົວຈິງຂອງ ທຸກຄົນ ບໍ່ວ່າຈະຢູ່ໃນສັງກັດພັກ, ລັດ, ທະຫານ, ຕຳຫຼວດ, ພໍ່ແມ່ ປະຊາຊົນຕາມທີ່ຕັ້ງພາລະບົດ ບາດສິດ ແລະ ໜ້າທີ່ຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ